ໂດຍໄດ້ຮັບຄຳເຊີນຂອງທ່ານ Lee Jae Myung, ປະທານາທິບໍດີ ສ.ເກົາຫຼີ, ທ່ານ ເລືອງເກື່ອງ, ປະທານປະເທດ ແຫ່ງ ສສ.ຫວຽດນາມ ຈະນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 32 ແລະ ເຮັດວຽກ 2 ຝ່າຍຢູ່ ສ.ເກົາຫຼີ, ແຕ່ວັນທີ 29 ຕຸລາ ຮອດວັນທີ 01 ພະຈິກ 2025. ຫວຽດນາມ ເຂົ້າຮ່ວມເຫດການນີ້ເປັນການສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງ ຕໍ່ວິວັດທະນາການການຮ່ວມມື ແລະ ຮ່ວມສຳພັນເສດຖະກິດຢູ່ ອາຊີ - ປາຊີຟິກ.
ຍາມໃດ ຫວຽດນາມ ກໍ່ຕັ້ງໜ້າຮ່ວມມືກັນໃນບັນດາກົນໄກຫຼາຍຝ່າຍ, ໃນນັ້ນ ການເຂົ້າຮ່ວມ APEC ຄັ້ງທີ 32 ແມ່ນໂອກາດເພື່ອໃຫ້ ຫວຽດນາມ ໂຄສະນາພາບພົດພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນ, ການເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ຍາມໃດກໍ່ຮ່ວມເດີນທາງພ້ອມກັບພາກພື້ນ. ພ້ອມກັນນັ້ນ, ຫວຽດນາມ ກໍ່ໄດ້ຢືນຢັນບົດບາດເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະ ນັບມື້ນັບເປັນເຈົ້າການໃນການສ້າງໂຄງປະກອບການຮ່ວມມືພາກພື້ນ, ກະກຽມໃຫ້ເລື່ອງເປັນເຈົ້າພາບຈັດ APEC 2027.
APEC 2025: ສ້າງອະນາຄົດແບບຍືນຍົງ: ເຊື່ອມຕໍ່ - ປ່ຽນແປງໃໝ່ - ວັດທະນາຖາວອນ
ກອງປະຊຸມຂັ້ນສູງ APEC, ເຫດການຕົ້ນຕໍຂອງສັບປະດາຂັ້ນສູງໂດຍ ທ່ານ Lee Jae Myung, ປະທານາທິບໍດີ ສ.ເກົາຫຼີ ເປັນປະທານ ຈະຈັດຂຶ້ນແຕ່ວັນທີ 31 ຕຸລາ ຮອດວັນທີ 01 ພະຈິກ, ດ້ວຍການເຂົ້າຮ່ວມຂອງການນຳ 21 ພື້ນຖານເສດຖະກິດ APEC, ພ້ອມກັບການນຳວິສາຫະກິດທົ່ວໂລກປະມານ 1.700 ທ່ານ. ບັນດາຫົວຂໍ້ຕົ້ນຕໍລວມມີປັນຍາປະດິດ ແລະ ນະວັດຕະກຳ ຕະຫຼອດຮອດການເງິນສີຂຽວ ແລະ ຕະຫຼາດກາກບອນ, ທຸກສິ່ງທຸກຢ່າງລ້ວນແຕ່ສອດຄ່ອງກັບຫົວຂໍ້ຂອງ APEC ແມ່ນກໍ່ສ້າງອະນາຄົດແບບຍືນຍົງ.
ປະຈຸບັນ, ເວທີປາໄສມີ 21 ພື້ນຖານເສດຖະກິດສະມາຊິກ, ໃນນັ້ນລວມມີບັນດາພື້ນຖານເສດຖະກິດແຖວໜ້າໂລກ (ຄື: ອາເມລິກາ, ຈີນ, ຍີ່ປຸ່ນ…), 9 ສະມາຊິກກຸ່ມ 20 ພື້ນຖານເສດຖະກິດໃຫຍ່ (G20) ແລະ ຫຼາຍພື້ນຖານເສດຖະກິດຫາກໍພົ້ນເດັ່ນ, ພັດທະນາຢ່າງຂະຫຍັນຂັນເຄື່ອນ, ຕາງໜ້າໃຫ້ປະມານ 37% ຈຳນວນພົນລະເມືອງໃນໂລກ, ປະກອບ 61% GDP ແລະ 50% ການຄ້າທົ່ວໂລກ.
ຫວຽດນາມ ປະກອບສ່ວນຢ່າງແທດຈິງໃຫ້ແກ່ການກຳນົດທິດຮ່ວມມື APEC ໃນໄລຍະໃໝ່.
ໃນໄລຍະ 27 ປີທີ່ເຂົ້າຮ່ວມ APEC, ຫວຽດນາມ ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າ, ເປັນເຈົ້າການ, ປະກອບສ່ວນຊຸກຍູ້ສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ເຊື່ອມຕໍ່ເສດຖະກິດພາກພື້ນ, ແມ່ນໜຶ່ງໃນບັນດາສະມາຊິກທີ່ຕັ້ງໜ້າທີ່ສຸດໃນການສະເໜີບັນດາຂໍ້ລິເລີ່ມ ແລະ ໂຄງການຂອງ APEC.
ຫວ່າງມໍ່ໆມານີ້, ໃນເດືອນ ກໍລະກົດ ຜ່ານມາ, ຫວຽດນາມ ໄດ້ຈັດກອງປະຊຸມ ສະພາໃຫ້ຄຳປຶກສາການດຳເນີນທຸລະກິດ APEC (ABAC)ຄັ້ງທີ 3 ແລະ ບັນດາການເຄື່ອນໄຫວທີ່ກ່ຽວຂ້ອງ ສຳເລັດຜົນ ຜ່ານການປະກອບຂໍ້ລິເລີ່ມ, ເຂົ້າຮ່ວມຢ່າງຕັ້ງໜ້າຢູ່ຫຼາຍລະດັບ ແລະ ຮັບດຳລົງຕຳແໜ່ງເປັນປະເທດເຈົ້າພາບ, ປຶກສາຫາລື ແລະ ເປັນເອກະພາບຕໍ່ບັນດາຂໍ້ສະເໜີແນະດ້ານນະໂຍບາຍ ເພື່ອຍື່ນສະເໜີຕໍ່ບັນດາການນຳ APEC ຢູ່ກອງປະຊຸມຂັ້ນສູງ. ທ່ານ ຫງວຽນກວາງວິງ, ຮອງຫົວໜ້າສະຫະພັນອຸດສາຫະກຳ ແລະ ການຄ້າ ຫວຽດນາມ (VCCI), ໃຫ້ຮູ້ວ່າ:
“ບັນດາໂຄງການຂອງສະພາໃຫ້ຄຳປຶກສາການດຳເນີນທຸລະກິດ APEC ໂດຍມີການເຂົ້າຮ່ວມຂອງບັນດາສະມາຊິກ, ວິສາຫະກິດໃຫຍ່ຂອງ 21 ພື້ນຖານເສດຖະກິດ, ແລກປ່ຽນບັນດາບັນຫາກ່ຽວກັບການຫັນເປັນສີຂຽວ, ການຫັນເປັນດີຈີຕອນ, ສ້າງເງື່ອນໄຂສະດວກດ້ານການຄ້າ, ການຫັນເປັນການຄ້າເສລີ ແລະ ບັນດາບັນຫາເຊື່ອມໂຍງເຂົ້າກັບສາກົນ. ຜ່ານນັ້ນ, ບັນດາວິສາຫະກິດ ຫວຽດນາມ ກໍ່ມີໂອກາດເພື່ອແບ່ງປັນ, ເຊື່ອມຕໍ່ການດຳເນີນທຸລະກິດກັບບັນດາຄູ່ຮ່ວມມືຕ່າງປະເທດທີ່ເຂົ້າມາ ຫວຽດນາມ”.
ຫວຽດນາມ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ ດ້ວຍຫຼາຍເປົ້າໝາຍໃຫຍ່, ຫວຽດນາມ ຈະມີທັດສະນະສ້າງສັນ, ປະກອບສ່ວນຢ່າງແທດຈິງໃຫ້ແກ່ການກຳນົດທິດຮ່ວມມື APEC ໃນໄລຍະໃໝ່, ບັນດາເນື້ອໃນຕິດພັນກັບຜົນປະໂຫຍດຢ່າງແທດຈິງຂອງປະຊາຊົນ ແລະ ວິສາຫະກິດ. ພິເສດ, ຫວຽດນາມ ໄດ້ກຽມພ້ອມ ແລະ ໝັ້ນໃຈທີ່ຈະຈັດປີ APEC 2027 ດ້ວຍວິໄສທັດໃໝ່, ຄວາມຕັດສິນໃຈສູງ ແລະ ຄວາມຄາດຫວັງບຸກທະລຸ. ທ່ານ ບຸຍແທັງເຊີນ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຢືນຢັນທີ່ພິທີເປີດຕົວ ຄະນະກຳມະການແຫ່ງຊາດ APEC 2027ວ່າ.
“ໃນສະພາບພາກພື້ນ ແລະ ໂລກມີການຜັນແປຢ່າງໄວ, ສັບສົນນັ້ນ,ຮຽກຮ້ອງໃຫ້ບັນດາສະມາຊິກຕ້ອງສືບຕໍ່ຢືດໝັ້ນບັນດາຄຸນຄ່າ, ເປົ້າໝາຍຫຼັກຂອງເວທີປາໄສ, ເລື່ອງເປັນເຈົ້າພາບຈັດປີ APEC 2027 ຈະແມ່ນການທົດສອບສຳຄັນເພື່ອຢືນຢັນຖານະບົດບາດນຳພາ, ຄວາມສາມາດໃນການປັບຕົວຂອງ ຫວຽດນາມ, ເພື່ອສາມາດຫັນບັນດາສິ່ງທ້າທາຍກາຍເປັນໂອກາດ, ຫັນວິໄສທັດເປັນການກະທຳລະອຽດ, ນຳ APEC ກ້າວເຂົ້າສູ່ໄລຍະໃໝ່”.
ເນື່ອງໃນໂອກາດເຂົ້າຮ່ວມ APEC 32, ທ່ານ ເລືອງເກື່ອງ, ປະທານປະເທດ ແຫ່ງ ສສ.ຫວຽດນາມ ຈະພ້ອມກັບບັນດາການນຳ APEC ປຶກສາຫາລືບັນດາບັນຫາທີ່ມີຄວາມໝາຍຫຼັກແຫຼ່ງແກ່ນສານສຳລັບເສດຖະກິດໂລກ ແລະ ພາກພື້ນ, ວາງອອກບັນດາການທິດທາງຮ່ວມມືດ້ານການຄ້າ, ການລົງທຶນ, ວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ ແລະ ຫຼາຍຂົງເຂດອື່ນໆ.




