logo

ຫວຽດ​ນາມ ຖື​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ກັບ​ຈີນ​ແມ່ນບ​ຸ​ລິ​ມະ​ສິດ​ແຖວ​ໜ້າ

2026/2/9 | 09:02:59
(VOVWORLD) - ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການປັບປຸງ ແລະ ພັດທະນາການພົວພັນກັບຈີນ ແມ່ນແຜນນະໂຍບາຍສະເໝີຄົ້ນສະເໝີປາຍ, ຄວາມຮຽກຮ້ອງຕ້ອງການພາວະວິໄສ, ການຄັດເລືອກຍຸດທະສາດ, ທຳມະຊາດ ແລະ ບຸລິມະສິດແຖວໜ້າຂອງ ຫວຽດນາມ.
, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານ ເຄືອເວີຍ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງສປ.ຈີນ ປະຈຳ ຫວຽດນາມ (ພາບ: VOV)

ຕອນບ່າຍວັນທີ 8 ກຸມພາ, ທີ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ ເຄືອເວີຍ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງສປ.ຈີນ ປະຈຳ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ຫວຽດນາມ ຢຶດໝັ້ນແນວທາງການຕ່າງປະໄທດ ເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື, ພັດທະນາ, ຫັນການພົວພັນທາງການທູດເປັນ ຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ໃນນັ້ນຍາມໃດກໍ່ຖືເປັນສຳຄັນການປັບປຸງ ແລະ ພັດທະນາການພົວພັນກັບຈີນ ແມ່ນແຜນນະໂຍບາຍສະເໝີຄົ້ນສະເໝີປາຍ, ຄວາມຮຽກຮ້ອງຕ້ອງການພາວະວິໄສ, ການຄັດເລືອກຍຸດທະສາດ, ທຳມະຊາດ ແລະ ບຸລິມະສິດແຖວໜ້າຂອງ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ສະເໜີສອງຝ່າຍ ປັບປຸງຄວາມເຂົ້າໃຈເຊິ່ງກັນແລະກັນໃຫ້ຫຼາຍກ່ວາອີກ, ເພີ່ມທະວີ ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຜ່ານການຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງສອງຝ່າຍ,  ເສີມຂະຫຍາຍບັນດາກົນໄກຮ່ວມມື, ສົ່ງເສີມບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຍູ້ແຮງການພົບປະແລກປ່ຽນ, ຮ່ວມມືໃຫ້ເປັນຢ່າງດີ.

ສ່ວນທ່ານ ເຄືອເວີຍ ຢັ້ງຢືນວ່າ ຈີນ ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດ ຊຸກຍູ້ການພົວພັນກັບຫວຽດນາມ, ທ່ານພ້ອມແລ້ວທີ່ຈະພ້ອມກັບຫວຽດນາມ ແບ່ງປັນບົດຮຽນປະສົບການ ແລະ ທິດສະດີກ່ຽວກັບການກໍ່ສ້າງພັກ, ຄຸ້ມຄອງປະເທດຊາດ, ຍົກລະດັບການຮ່ວມມືໃນບັນດາຂົງເຂດຈຸດສຸມ, ເປັນປະຈຳ ລວມມີການທູດ, ການປ້ອງກັນຊາດ.

TAG
VOV/VOVworld/ຫວຽດ​ນາມ/ຈີນ/ການ​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ