logo

ຫວຽດ​ນາມ ນິວ​ຊີ​ແລນ ຕັດ​ສິນ​ໃຈ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ສັງ​ກາດ​ໃໝ່

2025/8/27 | 08:56:45
(VOVWORLD) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ, ທ່ານປະທານສະພາແຫ່ງຊາດ ນິວຊີແລນ Gerry Brownlee ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 27 – 31 ສິງຫາ. ການຢ້ຽມຢາມໄດ້ຢັ້ງຢືນຄວາມຕັດສິນໃຈຂອງສອງປະເທດໃນການນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານບືນຕົວຂຶ້ນລະດັບສູງໃໝ່ໃນສັງກາດໃໝ່

(ພາບປະກອບ: VOV)

ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ລະດັບສູງທີ່ສຸດໃນການພົວພັນການຕ່າງປະເທດ ຂອງ ຫວຽດນາມ, ໄດ້ສ້າງຕັ້ງໃນເດືອນກຸມພາ 2025, ບໍ່ພຽງແຕ່ສ້າງຂີດໝາຍສຳຄັນເທົ່ານັ້ນຫາກຍັງ ສ່ອງແສງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ ແລະ ຕັດສິນໃຈດ້ານການເມືອງຂອງສອງປະເທດໃນສັງກາດຮ່ວມມືໃໝ່.

ຂີດໝາຍສຳຄັນບົນເສັ້ນທາງ 50 ປີ

 50 ປີຜ່ານມານັບແຕ່ເວລາສ້າງຕັ້ງການພົວພັນທາງການທູດ (1975 - 2025), ການພົວພັນ ຫວຽດນາມ - ນິວຊີແລນ ມີການພັດທະນາ ແລະ ບັນລຸໄດ້ຜົນສຳເລັດທີ່ພົ້ນເດັ່ນຫຼາຍຢ່າງ. ແຕ່ ຖະແຫຼງການກ່ຽວກັບການຮ່ວມມື ປີ 2005, ການພົວພັນສອງປະເທດໄດ້ຍົກລະດັບຂຶ້ນຕາມລຳດັບ, ເປັນຄູ່ຮ່ວມມືຮອບດ້ານ (2009), ຄູ່ຮ່ວມມືຍຸດທະສາດ (2020) ແລະ ຈົນຮອດເດືອນກຸມພາ 2025 ແມ່ນຄູ່ຮ່ວມມືຍຸດທະສາດຮອບດ້ານ.

ຄວາມຄ້າຍຄືກັນກ່ຽວກັບຜົນປະໂຫຍດ ແລະ ຄວາມຕັດສິນໃຈດ້ານການເມືອງແມ່ນປັດໄຈຫຼັກແຫຼ່ງເພື່ອໃຫ້ການພົວພັນ ຫວຽດນາມ - ນິວຊີແລນບັນລຸໄດ້ໝາກຜົນຄືດັ່ງກ່າວ. ກ່ຽວກັບເສດຖະກິດ, ວົງເງິນການຄ້າສອງຝ່າຍລ້ວນແຕ່ເພີ່ມຂຶ້ນຜ່ານແຕ່ລະປີ, ບັນລຸເກືອບ 1,3 ຕື້ USDໃນປີ 2024. ຫວຽດນາມ ໄດ້ກາຍເປັນຄູ່ຮ່ວມມືທາງການຄ້າໃຫຍ່ອັນດັບທີ 12 ຂອງນິວຊີແລນ. ສອງຝ່າຍພວມພ້ອມກັນມຸ່ງໄປເຖິງການນຳວົງເງິນການຄ້າສອງຝ່າຍຂຶ້ນເປັນ 3 ຕື້ USD ໃນປີ 2026.

ພ້ອມກັບບັນດາຜົນສຳເລັດໃນການຮ່ວມມືສອງຝ່າຍ, ນ້ຳໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດນັບມື້ນັບໄດ້ຮັດແໜ້ນ. ປະຊາຄົມຊາວຫວຽດນາມ ຢູ່ນິວຊີແລນ ປັດຈຸບັນມີປະມານ 14.000 ຄົນ, ແມ່ນຂົວເຊື່ອມຕໍ່ມິດຕະພາບສຳຄັນຜູກມັດລະຫວ່າງສອງປະເທດ. ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ໃນນັ້ນມີປັນຍາຊົນ, ນັກຊ່ຽວຊານ, ນັກວິທະຍາສາດຫຼາຍຄົນຍາມໃດກໍ່ອ່ວາຍໜ້າເມື່ອຫາບ້ານເກີດເມືອງນອນ, ມີຄວາມປາດຖະໜາຢາກປະກອບສ່ວນຢ່າງແທດຈິງໃຫ້ແກ່ການພົວພັນສອງປະເທດ.

ຄວາມສາມາດບົ່ມຊ້ອນໃນການຮ່ວມມືເປີດກວ້າງ

ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ການພົວພັນພັດທະນາຢ່າງຕັ້ງໜ້າໃນໄລຍະ 50 ປີຜ່ານມາ, ການນຳ, ວົງການນັກຮຽນຮູ້, ນັກຊ່ຽວຊານສອງປະເທດ ໃຫ້ຂໍ້ສັງເກດວ່າ ຫວຽດນາມ ແລະ ນິວຊີແລນ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ໃນການຮ່ວມມືລະຫວ່າງ ສອງປະເທດ. ໃນນັ້ນເສດຖະກິດໄດ້ຮັບຖືວ່າແມ່ນຂົງເຂດເສົາຄ້ຳ.

ດ້ວຍຄວາມໄວໃນການເຕີບໂຕສີຂຽວ, ຫວຽດນາມ ພວມກາຍເປັນສະຖານທີ່ດຶງດູດໃຈຂອງບັນດາວິສາຫະກິດ ແລະ ນັກລົງທຶນ ນິວຊີແລັນ, ເປີດຫຼາຍໂອກາດຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ. ສິ່ງນີ້ໂດຍທ່ານນາຍົກລັດຖະມົນຕີ ນິວຊີແລນ Gerry Brownlee ເນັ້ນໜັກໃນການຢ້ຽມຢາມ ຫວຽດນາມຢ່າງເປັນທາງການເມື່ອເດືອນກຸມພາ ປີ 2025. ທ່ານໃຫ້ຮູ້ວ່າ:

ຫວຽດນາມ ແມ່ນດວງດາວພວມປະກາຍແຈ້ງຢູ່ອາຊີຕາເວັນອອກສ່ຽງໃຕ້. ໃນຕົວຈິງ, ນີ້ແມ່ນພື້ນຖານເສດຖະກິດພັດທະນາໄວທີ່ສຸດຢູ່ພາກພື້ນ ໃນ 25 ປີຜ່ານມາ ແລະ ຈະສືບຕໍ່ພັດທະນາໃນທົດສະວັດຈະມາເຖິງ. ສິ່ງນີ້ເຮັດໃຫ້ຫວຽດນາມ ມີໂອກາດເຕີບໂຕການສົ່ງອອກແຖວໜ້າໃຫ້ແກ່ນິວຊີແລນ.

ປັດຈຸບັນ, ຫວຽດນາມ ມີພື້ນຖານເສດຖະກິດດີຈີຕອນບັນລຸລະດັບເຕີບໂຕເກືອບ 20%ຕໍ່ປີ, ດ້ວຍພື້ນຖານໂຄງລ່າງເຕັກນິກດີຈີຕອນພັດທະນາໄວຢູ່ອາຊີ - ປາຊີຟິກ. ນິວຊີແລນ ພັດມີວິຊາສະເພາະໃນປັນຍາປະດິດ, ເຊື່ອມຕົວດ້ານດີຈີຕອນ, ກະສິກຳນຳໃຊ້ເຕັກໂນໂລຢີສູງ ແລະ ພະລັງງານທົດແທນ. ທັງສອງພ້ອມກັນແມ່ນສະມາຊິກສັນຍາຄູ່ຮ່ວມມືຮອບດ້ານແລະ ຂ້າມປາຊີຟິກ (CPTPP) ແລະສັນຍາຄູ່ຮ່ວມມືເສດຖະກິດ ຮອບດ້ານ ພາກພື້ນ (RCEP). ການເພີ່ມເຕີມນີ້ສ້າງຫຼາຍໂອກາດເພື່ອເປີດກວ້າງການຮ່ວມມືທາງການຄ້າ ແລະ ການລົງທຶນ. ທ່ານນາງ Liz Bell ຜູ້ອຳນວຍການຝ່າຍບໍລິຫານສະພາວິສາຫະກິດ ອາຊຽນ - ນິວຊີແລນ ຖືວ່າ:

ຈາກແງ່ມູນຂອງ ນິວຊີແລນ, ພວກຂ້າພະເຈົ້າມີຂະແໜງອາຫານການກິນ ແລະ ເຄື່ອງດື່ມທີ່ພັດທະນາ, ດັ່ງນັ້ນນອກຈາກຂົງເຂດນີ້ ພວກຂ້າພະເຈົ້າກໍ່ຢາກເປີດກວ້າງການຮ່ວມມືໃນບາງຂົງເຂດການບໍລິການຄືໃນ ການປ່ຽນແປງຂອງດິນຟ້າອາກາດ, ພະລັງງານທົດແທນ, ພື້ນຖານໂຄງລ່າງ, ວິທະຍາສາດ ແລະ ພັດທະນາ, ເຕັກໂນໂລຢີເຊິ່ງພວກຂ້າພະເຈົ້າ ຖືວ່າອາດສາມາດເພີ່ມເຕີມໃຫ້ຫວຽດນາມ ແລະ ພວກເຮົາມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາ.

ໄປຄຽງຄູ່ກັບເສດຖະກິດ, ການພົວພັນສອງຝ່າຍກໍ່ໄດ້ຮັບການປັບປຸງຍ້ອນບັນດາຄູນຄ່າລວມກ່ຽວກັບການທູດ. ຫວຽດນາມ ແລະ ນິວຊີແລນ ລວ້ນແຕ່ເຂົ້າຮ່ວມບັນດາລະບອບລະບຽບການ ພາກພື້ນຢ່າງຕັ້ງໜ້າ, ພ້ອມກັນໃຫ້ຄຳໝັ້ນສັນຍາກັບກົດໝາຍສາກົນ, ລະບົບການຄ້າເປີດ ແລະ ສັນຕິພາບ, ສະຖຽນລະພາບໃນພາກພື້ນ. ຄວາມຄ້າຍຄືກັນນີ້ປະກອບສ່ວນສ້າງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ຊ່ວຍສອງປະເທດມີການປະສົມປະສານຢ່າງມີປະສິດທິຜົນຢູ່ຫຼາຍເວທີປາໄສຫຼາຍຝ່າຍ.

ສິ່ງສຳຄັນທີ່ສຸດໃນສະພາບການປັດຈຸບັນແມ່ນ ສອງຝ່າຍກຳນົດຖືກຕ້ອງບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ ແລະ ຜັນຂະຫຍາຍດ້ວຍບັນດາໂຄງການລະອຽດ. ທຸກສິ່ງທຸກຢ່າງນີ້ ແນ່ນອນວ່າຈະໄດ້ປຶກສາຫາລືໃນການຢ້ຽມຢາມຄັ້ງນີ້ຂອງທ່ານປະທານສະພາແຫ່ງຊາດນິວຊີແລນ Gerry Brownlee . ການພົວພັນຄູ່ຮ່ວມມືເລິກເຊິ່ງ ແລະ ສຸມໃສ່ກ່ວາ ບໍ່ພຽງແຕ່ຈະນຳມາເຊິ່ງຜົນປະໂຫຍດຢ່າງແທ້ຈິງມາໃຫ້ປະຊາຊົນສອງປະເທດເທົ່ານັ້ນ ຫາກຍັງປະກອບສ່ວນເຂົ້າສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງຂອງພາກພື້ນອີກດວ້ຍ.

TAG
VOV/VOVworld/ຫວຽດ​ນາມ/ນິວ​ຊີ​ແລນ/ການ​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ