logo

ຫວຽດ​ນາມ ບັນ​ລຸ​ໄດ້​ລາງວັນຫຼາຍ​ຢ່າງ​ໃນ​ເວ​ທີ​ປາ​ໄສ​ການ​ທ່ອງ​ທ່ຽວ ອາ​ຊຽ​ນ 2026

2026/1/31 | 07:56:00
(VOVWORLD) - ບັນດາລາງວັນດັ່ງກ່າວ ສືບຕໍ່ພິສູດໃຫ້ເຫັນ ບັນດາຄວາມມານະພະຍາຍາມຢັ້ງຢືນຄຸນນະພາບ, ເຄື່ອງໝາຍຂອງບັນດາທ້ອງຖິ່ນ, ຫົວໜ່ວຍຂອງການທ່ອງທ່ຽວ ຫວຽດນາມ ໃນໄລຍະຜ່ານມາ.
ຫວຽດນາມມີ 25 ທ້ອງຖິ່ນ, ຫົວໜ່ວຍ ບັນລຸໄດ້ລາງວັນຫຼາຍຢ່າງໃນເວທີປາໄສການທ່ອງທ່ຽວ ອາຊຽນ 2026 (ພາບ: VOV)

ມີ 25 ທ້ອງຖິ່ນ, ຫົວໜ່ວຍຂອງຫວຽດນາມ ໄດ້ຮັບການເຊີດຊູໃນບັນດາລາຍການຢູ່ພິທີມອບລາງວັນການທ່ອງທ່ຽວ ອາຊຽນ 2026 ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 30 ມັງກອນ, ໃນຂອບເຂດເວທີປາໄສການທ່ອງທ່ຽວ ອາຊຽນ (ATF 2026), ດຳເນີນຢູ່ ຟີລິບປິນ, ແຕ່ວັນທີ 25  30 ມັງກອນ. ນະທີ່ນີ້, ບັນດາທ້ອງຖິ່ນ ແລະ ຫົວໜ່ວຍຂອງ ຫວຽດນາມ ບັນລຸໄດ້ຫຼາຍລາງວັນໃນລາຍການຕ່າງໆຄື: ລາງວັນການທ່ອງທ່ຽວແບບຍືນຍົງ ອາຊຽນ ຄັ້ງທີ 5, ໃນຫົວຂໍ້ “ຈຸດນັດພົບການທ່ອງທ່ຽວເປັນມິດກັບສິ່ງແວດລ້ອມ” ທີ່ສະຫງວນໃຫ້ແກ່ ໂກໂຕ (ແຂວງນິງ) ໃນລາຍການ ຜະລິດຕະພັນຊົນນະບົດຍືນຍົງ; ໃນລາຍການຜະລິດຕະພັນຕົວເມືອງ ຍືນຍົງ: ເກາະໄມຣຸດຈອງ - ເກາະ Dugong Bay (ອານຢາງ)… ບັນດາລາງວັນດັ່ງກ່າວ ສືບຕໍ່ພິສູດໃຫ້ເຫັນ ບັນດາຄວາມມານະພະຍາຍາມຢັ້ງຢືນຄຸນນະພາບ, ເຄື່ອງໝາຍຂອງບັນດາທ້ອງຖິ່ນ, ຫົວໜ່ວຍຂອງການທ່ອງທ່ຽວ ຫວຽດນາມ ໃນໄລຍະຜ່ານມາ.

TAG
VOV/VOVworld/ການ​ທ່ອງ​ທ່ຽວ/ຫວຽດ​ນາມ/ອາ​ຊຽນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ