ທ່ານນາງ ຫງວຽນທິຮ່າ ຮອງລັດຖະມົນຕີກະຊວງພາຍໃນ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: UN) |
ວັນທີ 3 ກຸມພາ, ຢູ່ສຳນັກງານສປຊ ຢູ່ເຊີແນວ, ປະເທດສະວິດ, ຄະນະຜູ້ແທນລະຫວ່າງຂະແໜງຫວຽດນາມ ໂດຍທ່ານນາງ ຫງວຽນທິຮ່າ ຮອງລັດຖະມົນຕີກະຊວງພາຍໃນ ເປັນຫົວໜ້າຄະນະ, ໄດ້ປົກປ້ອງສຳເລັດບົດລາຍງານແຫ່ງຊາດຄັ້ງທີ 9 ກ່ຽວກັບການປະຕິບັດສົນທິສັນຍາລົບລ້າງທຸກຮູບແບບຈຳແນກການປະພຶດ, ຕ້ານແມ່ຍິງ (CEDAW).
ຄະນະຜູ້ແທນ ຫວຽດນາມ ໄດ້ພິສູດໃຫ້ເຫັນຂະບວນການມານະພະຍາຍາມຢ່າງບໍ່ຢຸດຢັ້ງ ໃນການຫັນບັນດາຂໍ້ກຳນົດຂອງ ສົນທິສັນຍາ CEDAW ເປັນລະບອບລະບຽບການ, ຖືເນື້ອໃນສົນທິສັນຍາເຂົ້າລະບົບກົດໝາຍແຫ່ງຊາດ. ຫວຽດນາມ ໄດ້ປະກາດໃຊ້ລະບົບນະໂຍບາຍໜູນຊ່ວຍຢ່າງຄົບຊຸດ ເພື່ອແນໃສ່ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ແມ່ຍິງປະຕິບັດຄວາມສະເໝີພາບບັນດາສິດກ່ຽວກັບການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ. ຈຸດພົ້ນເດັ່ນແມ່ນການຫັນລັດຖະທຳມະນຸນເປັນລະບອບລະບຽບການຜ່ານບັນດາຂໍ້ກຳນົດກົດໝາຍຄື: ກົດໝາຍວ່າດ້ວຍແຮງງານ 2018 ດ້ວຍຫຼາຍຂໍ້ກຳນົດທີ່ກ້າວໜ້າຊຸກຍູ້ຄວາມສະເໝີພາບລະຫວ່າງຍິງຊາຍຢ່າງແທ້ຈິງ, ກົດໝາຍປະກັນສັງຄົມ 2024 ເປີດກວ້າງການນຳໃຊ້ສະຫວັດດີການສັງຄົມໃຫ້ແກ່ແມ່ຍິງ ຫຼື ກົດໝາຍວ່າດ້ວຍທີ່ດີນ 2024 ສະແດງບາດກ້າວສຳຄັນໃນການຄຸ້ມຄອງຊັບສິນບັດຂອງແມ່ຍິງ. ພິເສດ, ກົດໝາຍວ່າດ້ວຍການປ້ອງກັນຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ 2022 ໄດ້ປ່ຽນແປງຈິນຕະນາການເມື່ອຖືຜູ້ປະສົບເຄາະຮ້າຍໃນການໃຊ້ຄວາມຮຸນແຮງເປັນໃຈກາງ, ໜູນຊ່ວຍກຸ່ມເປົ້າໝາຍຖືກຜົນສະທ້ອນສ່ວນຫຼາຍແມ່ນແມ່ຍິງ ແລະ ເດັກຍິງ.




