ບັນຍາກາດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 46 |
ປີ 2025 ຄົບຮອບ 10 ປີແຫ່ງວັນສ້າງຕັ້ງປະຊາຄົມ ອາຊຽນ, 20 ປີແຫ່ງການເລີ່ມຈັດກອງປະຊຸມສຸດຍອດ ອາຊີຕາເວັນອອກສ່ຽງໃຕ້ ແລະ ປີ 2025 ກໍແມ່ນຈຸດເວລາຫັນປ່ຽນໄລຍະສຳລັບ ອາຊຽນ. ນັ້ນແມ່ນ ອາຊຽນ ສຳເລັດການຜັນຂະຫຍາຍວິໄສທັດປະຊາຄົມປີ 2025, ຮັບຮອງເອົາ ແລະ ປະຕິບັດວິໄສທັດປະຊາຄົມ ອາຊຽນ ຮອດປີ 2045 ໃນ 20 ປີຈະມາເຖິງ.
ກອງປະຊຸມສຸດຍອດ ອາຊຽນ 46 ມີລັກສະນະບາດລ້ຽວ
ໂດຍແຕກຕ່າງກັບວິໄສທັດປະຊາຄົມ ອາຊຽນ ໄລຍະກ່ອນທີ່ແກ່ຍາວພຽງແຕ່ 10 ປີ ເທົ່ານັ້ນ, ແຕ່ຄັ້ງນີ້, ອາຊຽນ ເລືອກວິທີສຳຜັດແມ່ນວາງອອກວິໄສທັດອະນາຄົດໃນຮອບ 20 ປີ. ວິໄສທັດປະຊາຄົມ ອາຊຽນ ປີ 2045 ແລະ ບັນດາແຜນການຍຸດທະສາດພ້ອມດ້ວຍ ຈະແມ່ນບັນດາການກຳນົດທິດ, ເອກະສານຫຼັກແຫຼ່ງເພື່ອໃຫ້ ອາຊຽນ ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືໃນໄລຍະແຕ່ນີ້ ຮອດປີ 2045.
ໄປຄຽງຄູ່ກັນນັ້ນ, ຕໍ່ໜ້າບັນດາການຫັນປ່ຽນຢ່າງວ່ອງໄວ ແລະ ສິ່ງທ້າທາຍນັບມື້ນັບຫຼາຍຂອງຍຸກສະໄໝ, ເຊັ່ນ: ການພັດທະນາຢ່າງວ່ອງໄວຂອງວິທະຍາສາດເຕັກໂນໂລຢີ, ບັນດາບັນຫາພູມີສາດການເມືອງ, ພູມີສາດເສດຖະກິດນັບມື້ນັບເຄັ່ງຕຶງ, ບັນດາໄພນາບຂູ່ດ້ານຄວາມໝັ້ນຄົງແບບໃໝ່… ທັງໝົດເຫຼົ່ານັ້ນຮຽກຮ້ອງໃຫ້ ອາຊຽນ ຕ້ອງຍາດແຍ່ງກາລະໂອກາດ, ຜ່ານຜ່າສິ່ງທ້າທາຍ, ບຸກທະລຸບືນຕົວຂຶ້ນ. ໃນສະພາບການນັ້ນ, ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 46 ດ້ວຍຫົວຂໍ້ “ກວມລວມ ແລະ ຍືນຍົງ” ແມ່ນມີຄວາມໝາຍສຳຄັນ. ທ່ານນາງ ໂຕນທິງອກເຮືອງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ ຖືວ່າ:
“ມີຫຼາຍບັນຫາເຊິ່ງ ອາຊຽນ ຕ້ອງມີຄວາມສາມັກຄີ, ຮ່ວມມືເພື່ອແກ້ໄຂ ແລະ ສຳລັບເສັ້ນທາງໃນ 20 ປີຈະມາເຖິງ, ອາຊຽນ ຕ້ອງມີການຈັດແບ່ງໄລຍະເພື່ອຮັບປະກັນການຜັນຂະຫຍາຍບັນດາບຸລິມະສິດໃຫ້ສອດຄ່ອງກັບສະພາບການຕົວຈິງ ແລະ ຄວາມຕ້ອງການຂອງ ອາຊຽນ ໃນແຕ່ລະໄລຍະ ກໍຄື ຕ້ອງມີບັນດາມາດຕະການລະດົມແຫຼ່ງກຳລັງໃຫ້ເໝາະສົມ ເພື່ອຮັບປະກັນການຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມື ເປັນຕົ້ນແມ່ນບັນດາໂຄງການ, ແຜນການທີ່ໄດ້ວາງອອກຢ່າງມີປະສິດທິຜົນ.”
ການນຳບັນດາປະເທດ ອາຊຽນ ເຂົ້າຮ່ວມກອງປະຊຸມ |
ຖະແຫຼງການ ກົວລາ ລຳເປີ ກ່ຽວກັບ ອາຊຽນ ປີ 2045: ອະນາຄົດລວມຂອງພວກເຮົາ” ແລະ ຊຸດເອກະສານທັງໝົດ “ວິໄສທັດປະຊາຄົມ ອາຊຽນ 2045” ແລະ ບັນດາແຜນການຍຸດທະສາດ ພ້ອມດ້ວຍ ໃນກອງປະຊຸມຄັ້ງນີ້ ແມ່ນບັນດາການກຳນົດທິດ, ເອກະສານຫຼັກແຫຼ່ງເພື່ອໃຫ້ ອາຊຽນ ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືໃນໄລຍະຈະມາເຖິງ.
ເພື່ອພາກພື້ນ ອາຊຽນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ໝັ້ນຄົງເຂັ້ມແຂງ
30 ປີ ທີເຂົ້າຮ່ວມ ອາຊຽນ, ຫວຽດນາມ ຍາມໃດກໍແມ່ນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າຕົນເອງ, ເພື່ອເປົ້າໝາຍ ອາຊຽນ ສາມັກຄີ, ໝັ້ນຄົງເຂັ້ມແຂງ. ດັ່ງນັ້ນ, ໃນກອງປະຊຸມຄັ້ງນີ້, ດ້ວຍກຳລັງບົ່ມຊ້ອນໃໝ່, ທີ່ຕັ້ງໃໝ່, ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນເຂົ້າໃນບັນດາວຽກງານລວມຂອງ ອາຊຽນ ໃຫ້ຫຼາຍກວ່າອີກ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂດະຮຸ່ງຫວຽດ ຢັ້ງຢືນວ່າ:
“ຫວຽດນາມ ຈະພ້ອມກັບບັນດາປະເທດປຶກສາຫາລື ແລະ ຕົກລົງບັນດາບຸລິມະສິດຮ່ວມມືໃນກຸ່ມ 3 ເນື້ອໃນໃຫຍ່. ນັ້ນແມ່ນການຢັ້ງຢືນຄືນຄຸນຄ່າ ແລະ ພະລັງງານຊີວິດຂອງລັດທິຫຼາຍຝ່າຍ, ຍົກສູງການເຈລະຈາສ້າງຄວາມໄວ້ເນື້ອເຊື່ອໃຈ, ພິເສດແມ່ນເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງເຄົາລົບກົດໝາຍສາກົນ; ທີສອງແທ່ນ ເລີ່ມເຄື່ອນໄຫວໃນເສັ້ນທາງໃໝ່ໃຫ້ແກ່ວິວັດການສ້າງປະຊາຄົມ ອາຊຽນ, ມຸ່ງໄປເຖິງການຫັນຄວາມຄາດຫວັງກ່ຽວກັບ ອາຊຽນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປະດິດຄິດສ້າງ, ຂະຫຍັນຂັນເຄື່ອນ, ຖືປະຊາຊົນເປັນໃຈກາງໃຫ້ປະກົດຜົນເປັນຈິງ. ທີສາມແມ່ນຊຸກຍູ້ການຮ່ວມສຳພັນພາຍໃນກຸ່ມ, ເຊື່ອມຕໍ່ ອາຊຽນ ກັບບັນດາຄູ່ຮ່ວມມື, ເສີມຂະຫຍາຍປະສິດທິຜົນຂອງບັນດາສັນຍາທີ່ພວມມີຢູ່ແລ້ວໃຫ້ເປັນຢ່າງດີ, ກໍຄື ຊຸກຍູ້ລະບົບການຄ້າຫຼາຍຝ່າຍໃຫ້ມີຄວາມຍຸຕິທຳ, ຈະແຈ້ງ ແລະ ອີງໃສ່ກົ,ໝາຍ”.
ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ມີການປະກອບສ່ວນເຂົ້າໃນຂະບວນວິວັດສ້າງວິໄສທັດໃຫ້ແກ່ ອາຊຽນ ພາຍຫຼັງປີ 2025 ແລະ ປັດຈຸບັນ ພວມຕັ້ງໜ້າເຂົ້າຮ່ວມກຸ່ມສະເພາະກິດຂັ້ນສູງສ້າງວິໄສທັດປະຊາຄົມ ອາຊຽນ 2045. ໂດຍຕີລາລາຄາສູງບົດບາດການກຳນົດທິດພັດທະນາອະນາຄົດໃຫ້ແກ່ ອາຊຽນ, ທ່ານເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ຫວຽດນາມ Dato Tan Yang Thai ຖືວ່າ:
“ແຕ່ດົນນານມາແລ້ວ, ຫວຽດນາມ ໄດ້ຮັບຖືວ່າເປັນເສົາຄ້ຳໃຫ້ແກ່ຄວາມຜູກພັນຂອງ ອາຊຽນ. ຄຳໝັ້ນສນັຍາຂອງ ຫວຽດນາມ ສຳລັບສັນຕິພາບຂອງພາກພື້ນ ບໍ່ຮ່ວມກຸ່ມ ແລະ ພັດທະນາຮອບດ້ານເໝາະສົມກັບບັນດາບຸລິມະສິດຂອງ ມາເລເຊຍ ໃນປີ ອາຊຽນ 2025. ມາເລເຊຍ ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນໃນການກຳນົດທິດບົດບາດທົ່ວໂລກ… ວິໄສທັດສຳຄັນຍຸດທະສາດ ແລະ ວິທີການສຳຜັດຢ່າງເປັນເຈົ້າການຂອງ ຫວຽດນາມ ເຮັດໃຫ້ ຫວຽດນາມ ກາຍເປັນຄູ່ຮ່ວມມືທີ່ບໍ່ອາດຂາດໄດ້ໃນການຮັບປະກັນໃຫ້ບົດບາດປະທານ ອາຊຽນ ຂອງ ມາເລເຊຍ ປະສົບຜົນສຳເລັດ ກໍຄື ຮັກສາບົດບາດເປັນໃຈກາງຂອງ ອາຊຽນ”.
ໃນການຮ່ວມເດີນທາງທີ່ມານະພະຍາຍາມເພື່ອສັນຕິພາບ, ຄວາມໝັ້ນຄົງ, ວັດທະນາຖາວອນ ແລະ ການພັດທະນາຂອງພາກພື້ນ, ກາຍເປັນປະຊາຄົມຜູກພັນໜຽວແໜ້ນ, ຂະຫຍັນຂັນເຄື່ອນ ແລະ ເຕັມໄປດ້ວຍຄວາມຄາດຫວັງ, ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບບັນດາປະເທດສະມາຊິກກຳນົດບັນດາການກຳນົດທິດຍຸດທະສາດ ແລະ ມາດຕະການລະອຽດ ເພື່ອປັບປຸງພື້ນຖານການຮ່ວມມືຂອງພາກພື້ນຫຼາຍກວ່າອີກ. ນີ້ແມ່ນສານໃນການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ ມາເລເຊຍ ຄັ້ງນີ້ ຂອງຄະນະຜູ້ແທນຂັ້ນສູງ ຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ນຳໜ້າ./.




