logo

ຫວຽດ​ນາມ ປະ​ດັບຫຼຽນ​ໄຊ, ຫຼຽນ​ກາ​ໃຫ້ກົມ​ກອງ​ລວມ​ໝູ່, ສ່ວນ​ບຸກ​ຄົນ​ຫ້ອງວ່າ​ການ​ປະ​ທານ​ປະ​ເທດ​ລາວ

2024/12/25 | 11:34:56
(VOVWORLD) - ຕອນເຊົ້າວັນທີ 25 ທັນວາ, ຢູ່ນະຄອນຫຼວງ ວຽງຈັນ, ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ຈັດພິທີປະດັບຫຼຽນກາ, ຫຼຽນໄຊ ໃຫ້ແກ່ກົມກອງລວມໝູ່ ແລະ ສ່ວນບຸກຄົນ ຫ້ອງວ່າການປະທານປະເທດລາວ. 
ພິທີປະດັບຫຼຽນໄຊ, ຫຼຽນກາໃຫ້ກົມກອງລວມໝູ່, ສ່ວນບຸກຄົນຫ້ອງວ່າການປະທານປະເທດລາວ (ພາບ: VOV) 

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດແຫ່ງ ສປປ.ລາວ ຄົບຮອບ 49 ປີ (ວັນທີ 02 ທັນວາ 1975 – 02 ທັນວາ 2024), 104 ປີ ແຫ່ງວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ (ວັນທີ 13 ທັນວາ 1920 - ວັນທີ 13 ທັນວາ 2024), 80 ປີ ແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (22/12/1944-22/12/2024) ແລະ 35 ປີ ແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ (22/12/1989-22/12/2024), ຕອນເຊົ້າວັນທີ 25 ທັນວາ, ຢູ່ນະຄອນຫຼວງ ວຽງຈັນ, ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ຈັດພິທີປະດັບຫຼຽນກາ, ຫຼຽນໄຊ ໃຫ້ແກ່ກົມກອງລວມໝູ່ ແລະ ສ່ວນບຸກຄົນ ຫ້ອງວ່າການປະທານປະເທດລາວ. ນີ້ແມ່ນລາງວັນອັນສູງສົ່ງຂອງພັກ, ລັດ ຫວຽດນາມ ທີ່ມີຕໍ່ບັນດາກົມກອງລວມໝູ່, ສ່ວນບຸກຄົນ ຂຶ້ນກັບຫ້ອງວ່າການປະທານປະເທດ ທີ່ໄດ້ມີຜົນງານດີເດັ່ນໃນການປັບປຸງ, ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.

        ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕິມ ຕີລາຄາສູງການຮ່ວມມືລະຫວ່າງຫ້ອງວ່າການປະທານປະເທດ ຫວຽດນາມ ກັບຫ້ອງວ່າການປະທານປະເທດ ລາວ ໃນການເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນປະສົບການ, ສົມທົບກັນຢ່າງແໜ້ນແຟ້ນ, ມານະພະຍາຍາມຢ່າງສຸດຂີດພ້ອມກັບບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ປະຊາຊົນສອງປະເທດ ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.

TAG
VOV/VOVworld/ຫຼຽນ​ກາ/ຫຼຽນ​ໄຊ/ກົມ​ກອງ​ລວມ​ໝູ່

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ