logo

ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ ​ການ​ພົວ​ພັນ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ກັບ​ກາ​ນາ​ດາ ຢ່າງ​ແຮງ

2026/2/13 | 07:50:30
(VOVWORLD) - ຕອນບ່າຍວັນທີ 12 ກຸມພາ, ທ່ານ ເລຮວ່າຍຈຸງ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານ Maninder Sidhu ລັດຖະມົນຕີກະຊວງການຄ້າ ສາກົນ ການາດາ ທີ່ເດີນທາງມາຢ້ຽມຢາມ ຫວຽດນາມ.

ທ່ານ ເລຮວ່າຍຈຸງ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຕ້ອນຮັບທ່ານ Maninder Sidhu ລັດຖະມົນຕີກະຊວງການຄ້າ ສາກົນ ການາດາ (ພາບ: TTXVN)

ທ່ານລັດຖະມົນຕີການຕ່າງປະເທດ ເລຮວ່າຍຈຸງ ຢັ້ງຢືນວ່າ ຫວຽດນາມໄດ້ຖືເປັນສຳຄັນທີ່ສຸດ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຢ່າງຮອບດ້ານກັບ ການາດາຢ່າງແຮງ, ທ່ານເນັ້ນໜັກວ່າແນວທາງການຕ່າງປະເທດຢ່າງເປັນເຈົ້າການ, ຕັ້ງໜ້າຂອງ ການາດາ ແລະ ເລື່ອງສອງປະເທດແບ່ງປັນຜົນປະໂຫຍດດ້ານຍຸດທະສາດອັນຍິ່ງໃຫຍ່ຫຼາຍຢ່າງແມ່ນພື້ນຖານ ແລະ ເງື່ອນໄຂສະດວກເພື່ອເປີດກວ້າງການຮ່ວມມືສອງຝ່າຍ, ມຸ່ງໄປເຖິງການນຳການພົວພັນ ຫວຽດນາມ - ການາດາຂຶ້ນສູ່ລະດັບສູງໃໝ່.

ສ່ວນ ທ່ານ Maninder Sidhu ລັດຖະມົນຕີກະຊວງການຄ້າ ສາກົນ ການາດາ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແລະ ເຊືື່ອໝັ້ນວ່າ ຫວຽດນາມ ຈະປະສົບຜົນສຳເລັດໃນສັງກາດພັດທະນາໃໝ່.

ກ່ຽວກັບການພົວພັນສອງຝ່າຍ, ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບ ກ່ຽວກັບບັນດາມາດຕະການຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ການາດາ - ຫວຽດນາມ, ຢັ້ງຢືນຈະສ້າງເງື່ອນໄຂສະດວກເພື່ອຊຸກຍູ້ ການຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດ: ການຄ້າ - ການລົງທຶນ, ການປ້ອງກັນຊາດ - ການປ້ອງກັນຄວາມສະຫງົບ, ໜູນຊ່ວຍການພັດທະນາຢ່າງເປັນທາງການ, ການທ່ອງທ່ຽວ ແລະ ການພົບປະແລກປ່ຽນປະຊາຊົນ, ເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນໃໝ່.

TAG
VOV/VOVworld/ຫວຽດ​ນາມ/ກາ​ນາ​ດາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ