logo

ຫວຽດນາມ ພິສູດໃຫ້ເຫັນບົດບາດປະທານ ອາຊຽນ ເປັນເຈົ້າການ ແລະ ເຕັມໄປດ້ວຍຄວາມຮັບຜິດຊອບ

2020/6/26 | 07:36:24
(VOVWORLD) - ວັນທີ 24 ມິຖຸນາ, ເວັບໄຊ rsis.edu.sg ຂອງສິງກະໂປ ໄດ້ມີບົດຂຽນໂດຍໃຫ້ຂໍ້ສັງເກດກ່ຽວກັບບົດບາດຂອງ ຫວຽດນາມ ໃນການຊຸກຍູ້ ອາຊຽນ ໃຫ້ມີຄວາມສະໜິດຕິດພັນ ແລະ ເປັນເຈົ້າການຮັບມື. 
 ກອງປະຊຸມສະພາວັດທະນະທຳ - ສັງຄົມ ອາຊຽນ ຄັ້ງທີ 23 . ພາບ: TTXVN

ຕາມບົດຂຽນແລ້ວ, ຫົວເລື່ອງ ອາຊຽນ ປີນີ້ແມ່ນ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”, ຫວຽດນາມ ພວມແກ້ໄຂສິ່ງທ້າທາຍຢ່າງມີປະສິດທິຜົນ ເມື່ອດຳລົງຕຳແໜ່ງເປັນປະທານ ອາຊຽນ 2020. ເວັບໄຊ rsis.edu.sg ໃຫ້ຮູ້ວ່າ: ວັນທີ 26 ມິຖຸນາ, ຫວຽດນາມ ເປັນຄັ້ງທຳອິດທີ່ຈັດຕັ້ງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ດ້ວຍຮູບການທາງອອນລາຍ, ໃນສະພາບການໂລກລະບາດໂຄວິດ-19 ແມ່ນໜຶ່ງໃນບັນດາສິ່ງທ້າທາຍຕົ້ນຕໍຂອງ ອາຊຽນ. ຫວຽດນາມ ຕ້ອງນຳໜ້າເພື່ອຂົນຂວາຍ ອາຊຽນ ມຸ່ງໄປເຖິງຍຸດທະສາດລວມ ເພື່ອຮັບມືກັບໂລກລະບາດໂຄວິດ-19.

        ບົດຂຽນຊີ້ແຈ້ງວ່າ ດ້ວຍຫົວຂໍ້ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”, ດ້ວຍບົດບາດເປັນປະທານ ອາຊຽນ, ຫວຽດນາມ ພວມມານະພະຍາຍາມປັບປຸງຄວາມສາມັກຄີ ແລະ ເປັນເອກະພາບຂອງ ອາຊຽນ, ຊຸກຍູ້ ແລະ ພັດທະນາກຳລັງຄວາມສາມາດໃນການກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງກຸ່ມ ໃນການຮັບມືກັບບັນດາວິກິດການ ແລະ ສິ່ງທ້າທາຍລວມ ເປັນຕົ້ນແມ່ນພະຍາດໂຄວິດ-19.

TAG
VOV/VOVworld/ຫວຽດນາມ/ອາຊຽນ/ເປັນເຈົ້າການ/ຄວາມຮັບຜິດຊອບ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ