logo

ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບ ຈີນ ຮ່ວມເດີນທາງໃນເສັ້ນທາງແຫ່ງການພັດທະນາໃໝ່

2026/2/4 | 13:25:00
(VOVWORLD) - ທ່ານທູດພິເສດ ເລຮວ່າຍຈຸງ ກໍ່ຢືນຢັນທັດສະນະສະເໝີຕົ້ນສະເໝີປາຍຂອງພັກ, ລັດ ຫວຽດນາມ ແລະ ທ່ານເລຂາທິການໃຫຍ່ ໂຕເລິມ ແມ່ນຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດແຖວໜ້າໃນການຊຸກຍູ້ການພົວພັນຮ່ວມມືກັບ ຈີນ
ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ, ທູດພິເສດຂອງທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານ ສິຈິ້ນຜິ້ງ, ເລຂາທິການໃຫຍ່ຄະນະບໍຫານງານສູນກາງພັກກອມມູນິດ ຈີນ, ປະທານປະເທດແຫ່ງ ສປ.ຈີນ
(ພາບ: VGP)

        ໂດຍສືບຕໍ່ການໄປຢ້ຽມຢາມ ຈີນ, ແຈ້ງໝາກຜົນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ, ຕອນບ່າຍວັນທີ 04 ກຸມພາ, ຢູ່ນະຄອນຫຼວງ ປັກກິງ, ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ, ທູດພິເສດຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບ ທ່ານ ສິຈິ້ນຜິ້ງ, ເລຂາທິການໃຫຍ່ຄະນະບໍຫານງານສູນກາງພັກກອມມູນິດ ຈີນ, ປະທານປະເທດແຫ່ງ ສປ.ຈີນ.

        ທີ່ການພົບປະສົນທະນາ, ທ່ານເລຂາທິການໃຫຍ່,  ປະທານປະເທດ ຈີນ ສີຈິ້ນຜິ້ງ ເຊື່ອໝັ້ນວ່າ ປະຊາຊົນ ຫວຽດນາມ, ພາຍໃຕ້ການນຳພາຂອງສູນກາງພັກກອມມູນິດ ຫວຽດນາມ, ນຳໜ້າແມ່ນ ທ່ານເລຂາທິການໃຫຍ່ ໂຕເລິມ, ຈະປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກຢ່າງມີໄຊ, ສ້າງລັດທິສັງຄົມນິຍົມໃຫ້ສອດຄ່ອງກັບສະພາບການຂອງປະເທດຊາດ, ປະຕິບັດສຳເລັດ 2 ເປົ້າໝາຍ “100 ປີ” ເນື່ອງໃນໂອກາດວັນສ້າງຕັ້ງພັກ (2030) ແລະ ສ້າງຕັ້ງປະເທດຊາດ (2045). ທ່ານປາດຖະໜາໃຫ້ 2 ຝ່າຍຈົ່ງຍົກສູງຄຸນນະພາບ, ປະສິດທິຜົນບັນດາຂົງເຂດຮ່ວມມື, ສົ່ງເສີມການຮ່ວມມືຂອງບັນດາທ້ອງຖິ່ນ ແລະ ການພົບປະແລກປ່ຽນປະຊາຊົນ, ມານະພະຍາຍາມຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ປະຊາຄົມແບ່ງປັນອະນາຄົດ ຈີນ - ຫວຽດນາມ.

        ສ່ວນທ່ານທູດພິເສດ ເລຮວ່າຍຈຸງ ໄດ້ແບ່ງບັນບັນດາໝາກຜົນສຳຄັນຂອງກອງປະຊຸມໃຫຍ່ຄັ້ງທີ 14; ພ້ອມກັນນັ້ນ, ທ່ານກໍ່ຢືນຢັນທັດສະນະສະເໝີຕົ້ນສະເໝີປາຍຂອງພັກ, ລັດ ຫວຽດນາມ ແລະ ທ່ານເລຂາທິການໃຫຍ່ ໂຕເລິມ ແມ່ນຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດແຖວໜ້າໃນການຊຸກຍູ້ການພົວພັນຮ່ວມມືກັບ ຈີນ; ພ້ອມແລ້ວທີ່ຈະພ້ອມກັບ ຈີນ ຮ່ວມເດີນທາງໃນເສັ້ນທາງພັດທະນາໃໝ່.

TAG
VOV/VOVworld/ປະ​ຕິ​ບັດ/ສຳເລັດ/ເປົ້າ​ໝາຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ