logo

ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ຂໍ້​ມູນ​ຂ່າວ​ທີ່​ກ່ຽວ​ຂ້ອງ​ເຖິງ​ສະ​ພາບ​ການ​ປັດ​ຈຸ​ບັນ​ຢູ່ ເວ​ເນ​ຊູ​ເອ​ລາ

2026/1/4 | 10:46:58
(VOVWORLD) - ຫວຽດນາມ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບຂໍ້ມູນຂ່າວກ່ຽວຂ້ອງເຖິງສະພາບການປັດຈຸບັນຢູ່ ເວເລຊູເອລາ.
 ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: ກະຊວງການຕ່າງປະເທດ)

ວັນທີ 03 ມັງກອນ 2026, ເມື່ອຕອບສຳພາດຕໍ່ນັກຂ່າວ ກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ກັບສະພາບການ ເວເລຊູເອລາ ໃນປັດຈຸບັນ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ: ຫວຽດນາມ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບຂໍ້ມູນຂ່າວກ່ຽວຂ້ອງເຖິງສະພາບການປັດຈຸບັນຢູ່ ເວເລຊູເອລາ.

        ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍເຄົາລົບນັບຖືກົດໝາຍສາກົນ, ກົດບັດ ສປຊ ໃນນັ້ນ ມີຫຼັກການອະທິປະໄຕບັນດາປະເທດ, ບໍ່ນຳໃຊ້ອາວຸດ ແລະ ນາບຂູ່ນຳໃຊ້ກຳລັງອາວຸດໃນສາຍພົວພັນສາກົນ.

        ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງລະງັບໃຈ, ເຈລະຈາ, ແກ້ໄຂບັນດາຂໍ້ຂັດແຍ້ງ, ຄວາມບໍ່ລົງລອຍກັນບົນພື້ນຖານເຄົາລົບກົດໝາຍສາກົນ, ປະກອບສ່ວນຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ການຮ່ວມມືຢູ່ພາກພື້ນ ແລະ ໃນໂລກ.

TAG
VOV/VOVworld/ກົດບັດ ສປຊ/​ສະ​ພາບ​ການ​ປັດ​ຈຸ​ບັນ​ຢູ່​ ເວ​ເລ​ຊູ​ເອ​ລາ/ວິ​ຕົກ​ກັງ​ວົນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ