logo

ຫວຽດ​ນາມ ມອບ​ຕຳ​ແໜ່ງ​ປະ​ທານ ຄະ​ນະ​ກຳ​ມະ​ການ​ບັນ​ດາ​ຜູ້​ຕ​າງ​ໜ້າ​ປະ​ຈຳ ອາ​ຊຽນ​ ໃຫ້​ແກ່ ບ​ຣູ​ໄນ

2020/12/9 | 09:13:52
(VOVWORLD) -ໃນຖານະຕຳແໜ່ງເປັນປະທານ CPR ປະຈຳ ອາຊຽນ ປີ 2021 ຄະນະຜູ້ຕາງໜ້າ ບຣູໄນ ຈະສືບຕໍ່ນຳພາຜັນຂະຫຍາຍບັນດາໜ້າທີ່ ແລະ ບຸລິມະສິດຂອງປີ ອາຊຽນ 2021 ເປັນຢ່າງດີ.
 ພິທີມອບຕຳແໜ່ງ ປະທານ ຄະນະກຳມະການບັນດາຜູ້ຕາງໜ້າປະຈຳ ອາຊຽນ ຈາກ ຫວຽດນາມ ໃຫ້ແກ່ ບຣູໄນ ຖືກດຳເນີນດ້ວຍຮູບການທາງອອນລາຍ (ພາບ: VOV)

        ວັນທີ 8 ທັນວາ ຢູ່ ຈາກາຕາ ປະເທດ ອິນໂດເນເຊຍ, ໄດ້ດຳເນີນກອງປະຊຸມຄັ້ງທີ 18  ຂອງ ຄະນະກຳມະການບັນດາຜູ້ຕາງໜ້າປະຈຳ ອາຊຽນ (CPR) ໃນປີ 2020 ແລະ ພິທີມອບຕຳແໜ່ງ ປະທານ ຄະນະກຳມະການບັນດາຜູ້ຕາງໜ້າປະຈຳ ອາຊຽນ ຈາກ ຫວຽດນາມ ໃຫ້ແກ່ ບຣູໄນ ດ້ວຍຮູບການທາງອອນລາຍ. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ອາຊຽນ ສະແດງຄວາມເຊື່ອໝັ້ນວ່າ ໃນຖານະຕຳແໜ່ງເປັນປະທານ CPR ປະຈຳ ອາຊຽນ ປີ 2021 ຄະນະຜູ້ຕາງໜ້າ ບຣູໄນ ຈະສືບຕໍ່ນຳພາຜັນຂະຫຍາຍບັນດາໜ້າທີ່ ແລະ ບຸລິມະສິດຂອງປີ ອາຊຽນ 2021 ເປັນຢ່າງດີ, ຮັກສາທ່າຮ່ວມມື ແລະ ຮ່ວມສໍາພັນໃນພາກພື້ນ, ຊຸກຍູ້ການຮ່ວມສຳພັນພາຍໃນກຸ່ມ, ຍູ້ແຮງການຮ່ວມມືຫຼາຍຝ່າຍ, ເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມື, ສືບຕໍ່ເສີມຂະຫຍາຍບົດບາດເປັນໃຈກາງຂອງ ອາຊຽນ, ຍົກສູງຖານະບົດບາດຂອງ ອາຊຽນ ໃນພາກພື້ນ ແລະ ສາກົນ ພ້ອມທັງສືບຕໍ່ຊ່ວຍໜູນ, ເພີ່ມທະວີຄວາມສາມາດທາງດ້ານລະບອບລະບຽບການຂອງຄະນະເລຂາ ອາຊຽນ.


TAG
VOV/VOVworld/CPR/ມອບ​ຕຳ​ແໜ່ງ/ບ​ຣູ​ໄນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ