logo

ຫວຽດນາມຢັ້ງຢືນ ທີ່ຕັ້ງບົດບາດເປັນສະຖານທີ່ທ່ອງທ່ຽວທີ່ດີໃນຕະຫຼາດທ່ອງທ່ຽວ ອິດສະລາແອນ

2026/2/2 | 08:24:10
(VOVWORLD) - ໃນກອງປະຊຸມສຳມະນາ,ແຕ່ລະຝ່າຍໄດ້ອັບເດດຮອບດ້ານກ່ຽວກັບຄວາມສາມາດການທ່ອງທ່ຽວຫວຽດນາມ, ແນະນຳລະບົບນິເວດການບໍລິການທ່ອງທ່ຽວແບບຄົບຊຸດ, ຄວາມສາມາດໃນການຜັນຂະຫຍາຍບັນດາຜະລິດຕະພັນ tour series, incentive ແລະ tailormade.
ຫວຽດນາມຢັ້ງຢືນ ທີ່ຕັ້ງບົດບາດເປັນສະຖານທີ່ທ່ອງທ່ຽວທີ່ດີໃນຕະຫຼາດທ່ອງທ່ຽວ ອິດສະລາແອນ
(ພາບ: TTXVN)

ໃນຂອບງານຕະຫຼາດນັດ ທ່ອງທ່ຽວສາກົນເຂດ ທະເລເມດີຕາລາເນ (International Mediterranean Tourism Market – IMTM) ຄັ້ງທີ 32 ຈັດຂຶ້ນຢູ່ນະຄອນຫຼວງ Tel Aviv ຂອງ ປະເທດ ອິດສະລາແອນ, ວັນທີ 1 ກຸມພາ,  ບໍລິສັດ AuthenticAsia DMC ປະສານສົມທົບພ້ອມກັບ ກຸ່ມບໍລິສັດ Little ໂຮ້ຍອານ,  Vietstar Cruises Investment JSC Destination Chase ຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ ‘’ຫວຽດນາມ - ສະຖານທີ່ທ່ອງທ່ຽວທີ່ດີສຳລັບແຂກທ່ອງທ່ຽວ ອິດສະລາແອນ’’.

ໃນກອງປະຊຸມສຳມະນາ,ແຕ່ລະຝ່າຍໄດ້ອັບເດດຮອບດ້ານກ່ຽວກັບຄວາມສາມາດການທ່ອງທ່ຽວຫວຽດນາມ, ແນະນຳລະບົບນິເວດການບໍລິການທ່ອງທ່ຽວແບບຄົບຊຸດ, ຄວາມສາມາດໃນການຜັນຂະຫຍາຍບັນດາຜະລິດຕະພັນ tour series, incentive ແລະ tailormade,ພ້ອມກັນນັ້ນປຶກສາຫາລືທິດທາງການຮ່ວມມືພັດທະນາຜະລິດຕະພັນໃຫ້ເໝາະສົມກັບຄວາມຕ້ອງການຂອງແຂກທ່ອງທ່ຽວອິດສະລາແອນ ໄລຍະ 2026-2027.

IMTM ແມ່ນງານຕະຫຼາດນັດທ່ອງທ່ຽວອາຊີບໃຫຍ່ທີ່ສຸດຢູ່ ອິດສະລາແອນ ແລະ ພາກພື້ນທະເລເມດີຕາລາເນ, ໄດ້ຈັດຂຶ້ນຢ່າງລຽນຕິດມາເປັນເວລາ 30 ກວ່າປີ. ງານຕະຫຼາດນັດຄັ້ງນີ້ໄດ້ຈັດຂຶ້ນເປັນທາງການຕັ້ງແຕ່ວັນທີ 3-4 ກຸມພາ ຢູ່ສູນງານວາງສະແດງ Expo Tel Aviv, ຊຶ່ງປະກອບດ້ວຍເກືອບ 200 ຮ້ານວາງສະແດງ ແລະ ນັບພັນກວ່າຫົວໜ່ວຍຕາງໜ້າຈາກ 50 ກວ່າປະເທດ. ການເຂົ້າຮ່ວມຂອງບັນດາວິສາຫະກິດການທ່ອງທ່ຽວຫວຽດນາມ ເປັນຂີດໝາຍບາດກ້າວອັນສຳຄັນໃນວຽກງານໂຄສະນາຮູບພາບການທ່ອງທ່ຽວຫວຽດນາມຢູ່ ທ້ອງຕະຫຼາດ ຕາເວັນອອກກາງ-ເຂດທະເລເມດີຕາລາເນ.

TAG
VOV/VOVworld/ຫວຽດນາມ/ການທ່ອງທ່ຽວ/ອິດສະລາແອນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ