logo

ຫວຽດ​ນາມ ຢັ້ງ​ຢືນ ບົດ​ບາ​ດ​ເປັນ​ສະ​ມາ​ຊິກ​ກໍ່​ຕັ້ງ​ສະ​ພາ​ສັນ​ຕິ​ພາບ

2026/2/17 | 09:14:34
(VOVWORLD) -  ແຕ່ວັນທີ 18 ກຸມພາ ຫາວັນທີ 20 ກຸມພາ 2026, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ຈະມີການປະຕິບັດງານຢູ່ ອາເມລິກາ, ເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບເຂດ ກາຊາ ຢູ່ ວໍຊິງຕັນ, ນະຄອນຫຼວງ ອາເມລິກາ, ດ້ວຍຖານະເປັນສະມາຊິກກໍ່ຕັ້ງ.
ທ່ານເອກອັກຄະລັດຖະທູດ ຫງວຽນກວັກຢຸງ  (ພາບ: TTXVN)

ເນື່ອງໃນໂອກາດນີ້, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈຳ ອາເມລິກາ ຫງວຽນກວັກຢຸງ ໄດ້ຕອບສຳພາດຕໍ່ນັກຂ່າວ VOV ປະຈຳ ວໍຊິງຕັນ. ທ່ານຢັ້ງຢືນວ່າ ການປະຕິບັດງານສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ສຳລັບຄວາມມານະພະຍາຍາມສັນຕິພາບສາກົນ:

        “ທ່ານເລຂາທິການໃຫຍ່ຈະພ້ອມກັບບັນດາສະມາຊິກອື່ນຂອງສະພາຈະແລກປ່ຽນ, ກຳນົດບັນດາວຽກງານເຊິ່ງສະພາຈະດຳເນີນ ເພື່ອແນໃສ່ຜັນຂະຫຍາຍແຜນການສັນຕິພາບໃຫ້ແກ່ເຂດ ກາຊາ ຕາມມະຕິສະບັບເລກທີ 2830 ຂອງສະພາຄວາມໝັ້ນຄົງ ສປຊ. ການເຂົ້າຮ່ວມຂອງການນຳສູງສຸດຂອງ ຫວຽດນາມ ໄດ້ສະແດງໃຫ້ເຫັນການສະໜັບສະໜູນ ແລະ ຄວາມພ້ອມເຂົ້າຮ່ວມຂອງ ຫວຽດນາມ ໃນບັນດາຄວາມມານະພະຍາຍາມລວມຂອງປະຊາຄົມສາກົນເພື່ອສັນຕິພາບ ແລະ ການພັດທະນາ.”

        ຕາມທ່ານເອກອັກຄະລັດຖະທູດ ຫງວຽນກວັກຢຸງ ແລ້ວ, ເລື່ອງ ຫວຽດນາມ ກາຍເປັນສະມາຊິກກໍ່ຕັ້ງຂອງສະພາສັນຕິພາບ ແມ່ນນະໂຍບາຍສະເໝີຕົ້ນສະເໝີປາຍໃນແນວທາງການຕ່າງປະເທດ, ເຊື່ອມໂຍງ, ປະຕິບັດບັນດາພາລະກຳລວມ. ການປະຕິບັດງານຄັ້ງນີ້ ສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເປີດກວ້າງການຮ່ວມມືຢ່າງແທດຈິງ ແລະ ສ້າງກຳລັງໜູນເພີ່ມເຕີມໃຫ້ແກ່ສາຍພົວພັນ ຫວຽດນາມ - ອາເມລິກາ ໃນໄລຍະຈະມາເຖິງ.

ນັກຂ່າວ VOV ປະຈຳ ອາເມລິກາ


TAG
VOV/VOVworld/ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈຳ ອາເມລິກາ ຫງວຽນກວັກຢຸງ/ສະພາສັນຕິພາບ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ