ດ້ວຍໜ້າທີ່ກູ້ໄພກູ້ຊີບ, ແຕ່ລະນາທີລ້ວນແຕ່ມີຄວາມໝາຍຕໍ່ຊີວິດອິນຊີຂອງຜູ້ປະສົບເຄາະຮ້າຍ. ດັ່ງນັ້ນ, ພາຍຫຼັງໄດ້ຮັບຂ່າວກ່ຽວກັບໄພພິບັດແຜ່ນດິນໄຫວຢູ່ ມຽນມາ, ຫວຽດນາມ ໄດ້ຜັນຂະຫຍາຍກຳລັງຢ່າງວ່ອງໄວ. ທິມງານກູ້ໄພກູ້ຊີບຂອງກະຊວງປ້ອງກັນປະເທດ ແລະ ກະຊວງຕຳຫຼວດ ຫວຽດນາມ ລວມມີ 106 ຄົນ ໄດ້ເດີນທາງໄປຍັງ ມຽນມາ ເຂົ້າຮ່ວມການກູ້ໄພກູ້ຊີບ ແລະ ຊ່ວຍເຫຼືອປະຊາຊົນໂດຍກົງ. ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທຳອິດທີ່ໄດ້ຕົກລົງບ້ວງເງິນຊ່ວຍເຫຼືອໂດຍດ່ວນ 300.000 USD ເພື່ອຊ່ວຍ ມຽນມາ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພພິບັດທຳມະຊາດ.
ບັນດານັກຮົບກອງທັບປະຊາຊົນ ຫວຽດນາມ ກຽມພ້ອມອອກເດີນທາງໄປຍັງ ມຽນມາ (ພາບ:qdnd.vn) |
ຊອກຫາຜູ້ປະສົບເຄາະຮ້າຍໃນຊາກຫັກພັງ ກໍແມ່ນການຊອກຫາຍາດພີ່ນ້ອງ
ດ້ວຍວຽກງານກະກຽມຢ່າງວ່ອງໄວ, ບັນດານັກຮົບກອງທັບປະຊາຊົນ ແລະ ຕຳຫຼວດປະຊາຊົນ ຫວຽດນາມ ໄດ້ອອກເດີນທາງດ້ວຍນ້ຳໃຈຄວາມຮັບຜິດຊອບສູງທີ່ສຸດ, ນຳເອົາບົດຮຽນປະສົບການທີ່ໜາແໜ້ນຈາກການເຄື່ອນໄຫວຮັກສາສັນຕິພາບ ສປຊ, ຈາກການກູ້ໄພກູ້ຊີບຢູ່ພາຍໃນ ແລະ ສາກົນໃນກ່ອນນີ້.
ຮູບພາບນັກຮົບ ຫວຽດນາມ ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລຳບາກ, ອັນຕະລາຍ, ມີຄວາມມານະພະຍາຍາມກອບກູ້ເອົາຊີວິດຜູ້ປະສົບເຄາະຮ້າຍໃນຊາກຫັກພັງຢູ່ ຕວັກກີ ເມື່ອປີ 2023 ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ອຳນາດການປົກຄອງ ແລະ ປະຊາຊົນທ້ອງຖິ່ນ. ໃນຄັ້ງນີ້, ດ້ວຍໜ້າທີ່ຢູ່ ມຽນມາ, ນ້ຳໃຈດັ່ງກ່າວອີກຄັ້ງໜຶ່ງໄດ້ຮັບການເສີມຂະຫຍາຍດ້ວຍທິດນຳທີ່ວ່າ “ຊ່ວຍເພື່ອນ ແມ່ນຊ່ວຍຕົນເອງ”, ໄດ້ປະກອບສ່ວນນ້ຳໃຈສັນຕິພາບ, ມິດຕະພາບ ເມື່ອປະຕິບັດພັນທະຢູ່ປະເທດເພື່ອນບ້ານ. ທ່ານພົນເອກ ຫງວຽນເຕິນເກືອງ, ເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຢັ້ງຢືນວ່າ:
“ຈົ່ງເຊື່ອມຊຶມໜ້າທີ່ຢ່າງເຂັ້ມງວດ, ສ້າງເຈດຈຳນົງຄວາມຕັດສິນໃຈສູງ, ຍົກສູງນ້ຳໃຈຄວາມຮັບຜິດຊອບ ແລະ ຄວາມສາມັກຄີເປັນເອກະພາບ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນຢ່າງສູງສຸດ. ມານະພະຍາຍາມປະຕິບັດໜ້າທີ່ກູ້ໄພກູ້ຊີບ, ມະນຸດສະທຳດ້ວຍບັນດາເຄື່ອງອຸປະກອນທີ່ພວມມີຢູ່ ແລະ ປະສົບການທີ່ໄດ້ຖອດຖອນມາໄດ້, ເສີມຂະຫຍາຍຄວາມຂະຫຍັນຂັນເຄື່ອນປະດິດຄິດສ້າງດ້ວຍໄລຍະເວລາໄວທີ່ສຸດ, ມີປະສິດທິຜົນ ແລະປອດໄພທີ່ສຸດ. ວິວັດການປະຕິບັດໜ້າທີ່ຍາມໃດກໍກຽມພ້ອມຊ່ວຍເຫຼືອປະຊາຊົນປະເທດເພື່ອນຕາມຄວາມສາມາດເງື່ອນໄຂຂອງຕົນ”.
ກຳລັງ ຫວຽດນາມ ພວມມານະພະຍາມຊອກຫາຜູ້ປະສົບເຄາະຮ້າຍໃນຊາກຫັກພັງຢູ່ນະຄອນ Antakya, ຕວັກກີ ເມື່ອປີ 2023 (ພາບ: qdnd.vn) |
ບົນເນື້ອໃຈຈິດໃຈດັ່ງກ່າວ, ພະນັກງານ, ນັກຮົບກອງທັບປະຊາຊົນ ຫວຽດນາມ 80 ຄົນ ແລະ ພະນັກງານ, ນັກຮົບຕຳຫຼວດປະຊາຊົນ ຫວຽດນາມ 26 ຄົນ, ພາຍໃຕ້ການຊີ້ນຳໂດຍກົງຂອງການນຳຂັ້ນສູງສຸດຈາກກະຊວງປ້ອງກັນປະເທດ ແລະ ກະຊວງຕຳຫຼວດ ຫວຽດນາມ ໄດ້ສະແດງໃຫ້ເຫັນລັກສະນະເປັນມືອາຊີບ ແລະ ຄວາມສາມາດກຽມພ້ອມຮັບມືໃນທຸກກໍລະນີຂອງກຳລັງປະກອບອາວຸດ ຫວຽດນາມ. ທ່ານພົນຈັດຕະວາ ຟ້າມວັນຕິ, ຮອງຫົວໜ້າຫ້ອງວ່າການຜູ້ປະຈຳການຄະນະກຳມະການແຫ່ງຊາດກ່ຽວກັບການຮັບມືກັບໄພພິບັດ ແລະ ຊອກຫາກູ້ໄພກູ້ຊີບ, ຫົວໜ້າຄະນະກູ້ໄພກູ້ຊີບຜູ້ປະສົບເຄາະຮ້າຍຂອງກອງທັບ ຫວຽດນາມ ຢູ່ ມຽນມາ, ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າກຳນົດວ່າ ວຽກງານຊອກຫາຜູ້ປະສົບເຄາະຮ້າຍໃນຊາກຕຶກອາຄານພັງທະລາຍ ກໍແມ່ນການຊອກຫາຍາດພີ່ນ້ອງຂອງພວກຂ້າພະເຈົ້າ ແລະ ກຳນົດວ່າ ນີ້ແມ່ນນ້ຳໃຈ, ຄວາມຮັບຜິດຊອບ, ທີ່ຕັ້ງຂອງປະເທດ ຫວຽດນາມ, ຊາດ ແລະ ກອງທັບ ຫວຽດນາມ”.
ຄວາມຕັດສິນໃຈສ້າງພາບພົດນັກຮົບໃນສະໄໝສັນຕິພາບໃຫ້ສວຍງາມກວ່າ
ໃນປະຫວັດສາດ, ທະຫານອາສາສະໝັກ ຫວຽດນາມ ເຄີຍປະຕິບັດພັນທະສາກົນ ເພື່ອນຳເອກະລາດ, ເສລີພາບມາໃຫ້ປະຊາຊົນໃນພາກພື້ນ. ປັດຈຸບັນນີ້, ນ້ຳໃຈນັ້ນ ສືບຕໍ່ໄດ້ຮັບການເສີມຂະຫຍາຍໃນການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ, ໜູນຊ່ວຍມະນຸດສະທຳ, ຊ່ວຍເຫຼືອກູ້ໄພກູ້ຊີບ. ບໍ່ວ່າຢູ່ໃສ, ໃນເງື່ອນໄຂໃດ ກໍຕາມ, ຫວຽດນາມ ກໍກຽມພ້ອມອອກເດີນທາງ, ຊ່ວຍເຫຼືອປະຊາຊົນປະເທດເພື່ອນບ້ານ ຄືດັ່ງການຊ່ວຍເຫຼືອກູ້ເອົາຊີວິດຂອງພໍ່ແມ່ພີ່ນ້ອງຂອງປະເທດຕົນ.
ໃນສະພາວະໄພພິບັດທຳມະຊາດ, , ປະຊາຊົນຢູ່ບ່ອນເກີດເຫດ ຕ້ອງການການຊ່ວຍເຫຼືອຢ່າງທັນການກວ່າເວລາໃດໝົດ. ບັນດາການກະທຳຢ່າງວ່ອງໄວ ແລະ ການຊ່ວຍເຫຼືອທີ່ແທດຈິງຂອງ ຫວຽດນາມ ບໍ່ພຽງແຕ່ດ້ານວັດຖຸເທົ່ານັ້ນ ຫາກຍັງເປັນການໃຫ້ກຳລັງໃຈຢ່າງໃຫຍ່ຫຼວງ ຊ່ວຍໃຫ້ເຂົາເຈົ້າຜ່ານຜ່າຄວາມຫຍຸ້ງຍາກ, ຄືປະຊາຊົນຢູ່ນະຄອນ Mandalay, ບ່ອນທີ່ຖືກຜົນຕາມມາຢ່າງໜັກໜ່ວງທີ່ສຸດໃນເຫດແຜ່ນດິນໄຫວ, ໄດ້ແບ່ງປັນວ່າ:
“ຈາກຫົວໃຈ, ຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງກຸ່ມບໍລິສັດ Mytel ແລະ ບັນດາເພື່ອນ ຫວຽດນາມ. ທິມງານຂອງພວກເພື່ອນແມ່ນບຸກຄົນທຳອິດທີ່ໄດ້ຖືເຂົ້າ, ອາຫານ, ເຄື່ອງດື່ມ ແລະ ເຄື່ອງສຸກເສີນມາໃຫ້. ສິ່ງດັ່ງກ່າວໄດ້ນຳມາເຊິ່ງຄວາມຫວັງໃນຈຸດເວລາທີ່ພວກຂ້າພະເຈົ້າຕ້ອງການທີ່ສຸດ”.
“ຈິດໃຈດີງາມ ແລະ ຄວາມເອື້ອເຟື້ອເພື່ອແຜ່ຂອງ ຫວຽດນາມ ໄດ້ຊ່ວຍໃຫ້ພວກຂ້າພະເຈົ້າສາມາດເອົາຕົວລອດ ແລະ ສ້າງສາຄືນໃໝ່. ພວກຂ້າພະເຈົ້າຈະບໍ່ລືມບຸນຄຸນນີ້. ຂ້າພະເຈົ້າຢາກຝາກຄຳຂອບໃຈໄປຍັງປະຊາຊົນ ຫວຽດນາມ ທີ່ໄດ້ຊ່ວຍເຫຼືອພວກຂ້າພະເຈົ້າ”.
ໂດຍສືບທອດມູນເຊື້ອອັນສູງສົ່ງ, ສະແດງໃຫ້ເຫັນບົດບາດ, ຄວາມຮັບຜິດຊອບຂອງ ຫວຽດນາມ ໃນປະຊາຄົມສາກົນ, ການໄປປະຕິບັດງານຢູ່ ມຽນມາ ຄັ້ງນີ້ບໍ່ພຽງແຕ່ເປັນໜ້າທີ່ກູ້ໄພກູ້ຊີບເທົ່ານັ້ນ, ຫາກຍັງແມ່ນພັນທະຂອງປະເທດທີ່ກ້າວໜ້າ, ສະມາຊິກທີ່ມີຄວາມຮັບຜິດຊອບໃນ ອາຊຽນ ອີກດ້ວຍ. ສິ່ງດັ່ງກ່າວ ບໍ່ພຽງແຕ່ຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ ໃນເວທີປາໄສສາກົນເທົ່ານັ້ນ, ຫາກຍັງຢັ້ງຢືນຄວາມສາມາດຂອງບັນດານັກຮົບກອງທັບ, ຕຳຫຼວດປະຊາຊົນ ຫວຽດນາມ, ເສີມສ້າງພາບພົດຂອງນັກຮົບ ຫວຽດນາມ ໃນສະໄໝສັນຕິພາບອີກດ້ວຍ./.




