logo

ຫວຽດນາມ - ລາວ ຊຸກຍູ້ການຮ່ວມມືດ້ານການຄ້າ

2025/1/4 | 07:52:31
(VOVWORLD) - ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ຍົກອອກບັນດາໝາກຜົນພົ້ນເດັ່ນໃນການພົວພັນດ້ານການຄ້າ ຫວຽດນາມ - ລາວ ໃນປີ 2024. ພິເສດ, ນີ້ແມ່ນຄັ້ງທຳອິດວົງເງິນການຄ້າລະຫວ່າງ 2 ປະເທດລືນກາຍລະດັບ 2 ຕື້ USD
ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫງວຽນຮົ່ງຢຽນ ຕ້ອນຮັບທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດ ສປປ.ລາວ ປະຈຳ ຫວຽດນາມ
(ພາບ: moit.gov.vn)

        ວັນທີ 03 ມັງກອນ, ຢູ່ສຳນັກງານກະຊວງອຸດສາຫະກຳການຄ້າ ຫວຽດນາມ, ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫງວຽນຮົ່ງຢຽນ ໄດ້ຕ້ອນຮັບທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດ ສປປ.ລາວ ປະຈຳ ຫວຽດນາມ.

        ທີ່ການເຮັດວຽກ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ຍົກອອກບັນດາໝາກຜົນພົ້ນເດັ່ນໃນການພົວພັນດ້ານການຄ້າ ຫວຽດນາມ - ລາວ ໃນປີ 2024. ພິເສດ, ນີ້ແມ່ນຄັ້ງທຳອິດວົງເງິນການຄ້າລະຫວ່າງ 2 ປະເທດລືນກາຍລະດັບ 2 ຕື້ USD, ລືນກາຍເປົ້າໝາຍໂດຍລັດຖະບານ 2 ປະເທດໄດ້ວາງອອກ. ກ່ຽວຂ້ອງເຖິງສັນຍາການຄ້າ ຫວຽດນາມ - ລາວ (ທີ່ໄດ້ຮັບການລົງນາມໃນວັນທີ 08 ເມສາ 2024), ທ່ານລັດຖະມົນຕີສະເໜີໃຫ້ທ່ານນາງເອກອັກຄະລັດຖະທູດ ຊ່ວຍແລກປ່ຽນກັບບັນດາອົງການທີ່ມີໜ້າທີ່ຂອງ ລາວ ສ້າງສຳເລັດບັນດາລະບຽບການພາຍໃນທີ່ຈຳເປັນໂດຍໄວ, ພ້ອມກັນນັ້ນ, ແຈ້ງວັນເລີ່ມມີຜົນສັກສິດໂດຍໄວ.

        ສ່ວນທ່ານນາງ ຄຳເພົາ ເອີນທະວັນ, ຂອບໃຈ ຫວຽດນາມ ຍ້ອນການໜູນຊ່ວຍສຳຄັນໃນການສະໜອງນ້ຳມັນ 36 ລ້ານລິດ ໃຫ້ແກ່ຕະຫຼາດ ລາວ ໃນປີຜ່ານມາ, ຜ່ານນັ້ນ, ປະກອບສ່ວນຮັກສາການພັດທະນາເສດຖະກິດ - ສັງຄົມຂອງ ລາວ ໃນສະພາບທີ່ຄວາມຕ້ອງການດ້ານພະລັງງານນັບມື້ນັບເພີ່ມຂຶ້ນສູງ.

TAG
VOV/VOVworld/ພົ້ນ​ເດັ່ນ/ສຳ​ຄັນ/​ຕະ​ຫຼາດ/ພັດ​ທະ​ນາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ