logo

ຫວຽດ​ນາມ - ລາວ ປົກ​ປັກ​ຮັກ​ສາ​ເສັ້ນ​ຊາຍ​ແດນ​ລວມ​ໃຫ້​ມີ​ສັນ​ຕິ​ພາບ, ສະຖ​ຽນ​ລະ​ພາບ​​ຕະຫຼອດເວ​ລາ

2022/12/21 | 08:10:16
(VOVWORLD) -ໃນລະຫວ່າງວັນທີ 19 – 20 ທັນວາ, ຢູ່ນະຄອນ ຫຼວງພະບາງ, ໄດ້ດຳເນີນກອງປະຊຸມປະຈຳປີ ຄັ້ງທີ 32  ລະຫວ່າງຄະນະຜູ້ແທນຊາຍແດນ ຫວຽດນາມ - ລາວ.
ກອງປະຊຸມປະຈຳປີ ຄັ້ງທີ 32  ລະຫວ່າງຄະນະຜູ້ແທນຊາຍແດນ ຫວຽດນາມ - ລາວ (ພາບ: TTXVN)

ນະທີ່ນີ້, ສອງຝ່າຍໄດ້ເຫັນດີປົກປັກຮັກສາເສັ້ນຊາຍແດນລວມໃຫ້ມີສັນຕິພາບ, ສະຖຽນລະພາບຢູ່ຕະຫຼອດເວລາ, ສ້າງຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ ແລະ ຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ; ເຫັນດີເປັນເອກະພາບຕໍ່ທິດທາງການຮ່ວມມືໃນວຽກງານຊາຍແດນໃນໄລຍະຈະມາເຖິງ, ໃນນັ້ນ ໄດ້ເນັ້ນໜັກເຖິງຄວາມສຳຄັນ ແລະ ຄວາມຈຳເປັນຂອງການຮ່ວມມືໃນການປະຕິບັດສັນຍາວ່າດ້ວຍ ລະບຽບການຄຸ້ມຄອງຊາຍແດນປີ 2016 ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ; ຍູ້ແຮງການຄົ້ນຄວ້າ, ສະເໜີແນະ ແລະ ຜັນຂະຫຍາຍຮູບແບບການຮ່ວມມືພ້ອມກັນພັດທະນາ; ຜັນຂະຫຍາຍການກຳນົດທິດວາງແຜນພັດທະນາດ່ານຊາຍແດນ ຫວຽດນາມ - ລາວ ໄລຍະ 2021 – 2030, ວິໄສທັດຮອດປີ 2050 ຢ່າງມີປະສິດທິຜົນ; ພ້ອມດຽວກັນນັ້ນ, ແມ່ນສືບຕໍ່ສົມທົບກັນຍູ້ແຮງວຽກງານໂຄສະນາສຶກສາ, ເຜີຍແຜ່ກົດໝາຍວ່າດ້ວຍຊາຍແດນ ດ້ວຍຫຼາຍຮູບການ, ໂຄສະນາເຜີຍແຜ່ເນື້ອໃນທີ່ອຸດົມສົມບູນໃຫ້ແກ່ພະນັກງານ, ນັກຮົບ ແລະ ປະຊາຊົນສອງປະເທດ.

TAG
VOV/VOVworld/ຄຸ້ມຄອງຊາຍແດນ/ຫວຽດ​ນາມ/ລາວ/ສັນ​ຕິ​ພາບ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ