logo

ຫວຽດນາມ - ລາວ ສົມທົບກັນ, ໜູນຊ່ວຍຍົກສູງກຳລັງຄວາມສາມາດໃຫ້ພະນັກງານບໍລິຫານການສຶກສາ

2024/12/20 | 11:03:00
(VOVWORLD) - ເຖິງວ່າກອງປະຊຸມມີຂອບຂະໜາດນ້ອຍ, ແຕ່ມີຄວາມໝາຍສຳຄັນໃນການພັດທະນາຖັນແຖວພະນັກງານບໍລິຫານການສຶກສາ ແລະ ການພົວພັນຮ່ວມມືໃນຂົງເຂດການສຶກສາລະຫວ່າງ 2 ປະເທດ.
(ທີ່ກອງປະຊຸມ)

        ຕອນເຊົ້າວັນທີ 20 ທັນວາ, ກອງປະຊຸມວິທະຍາສາດດ້ວຍຫົວຂໍ້ “ຍົກສູງຄວາມສາມາດໃຫ້ແກ່ພະນັກງານບໍລິຫານການສຶກສາ ສປປ.ລາວ ແລະ ບົດຮຽນຕົວຈິງຂອງ ສສ.ຫວຽດນາມ”, ຈັດຂຶ້ນຢູ່ສະຖາບັນຄຸ້ມຄອງການສຶກສາ, ທີ່ ຮ່າໂນ້ຍ. ກອງປະຊຸມໂດຍສະຖາບັນຄຸ້ມຄອງການສຶກສາ ຫວຽດນາມ ສົມທົບກັບສະຖາການພັດທະນາບໍລິຫານການສຶກສາ ລາວ ຈັດຂຶ້ນ.

        ທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງສຶກສາ ແລະ ກິລາ ລາວ ສຳລານ ພັນຄະວົງ ຕີລາຄາວ່າ, ເຖິງວ່າກອງປະຊຸມມີຂອບຂະໜາດນ້ອຍ, ແຕ່ມີຄວາມໝາຍສຳຄັນໃນການພັດທະນາຖັນແຖວພະນັກງານບໍລິຫານການສຶກສາ ແລະ ການພົວພັນຮ່ວມມືໃນຂົງເຂດການສຶກສາລະຫວ່າງ 2 ປະເທດ. ທ່ານ ສຳລານ ພັນຄະວົງ, ໃຫ້ຮູ້ວ່າ:

(ທ່ານຮອງລັດຖະມົນຕີກະຊວງສຶກສາ ແລະ ກິລາ ລາວ ສຳລານ ພັນຄະວົງ)

"ໃນກອງປະຊຸມປະຊຸມລະຫວ່າງສອງສະຖາບັນພວກເຮົາໃນມື້ນີ້, ຂ້າພະເຈົ້າຂໍສະເໜີບາງເນື້ອໃນທີ່ພວກເຮົາພ້ອມກັນຄົ້ນຄວ້າ, ແລກປ່ຽນຄຳຄິດຄຳເຫັນນຳກັນ, ລວມມີ 3 ເນື້ອໃນສຳຄັນ: ທີໜຶ່ງ, ການປ່ຽນແປງສະຖານະການສຶກສາຢູ່ ສປປ. ລາວ ແລະ ຄວາມຕ້ອງການພະນັກງານບໍລິຫານ ແລະ ຄຸ້ມຄອງວຽກງານສຶກສາ ຢູ່ ສປປ.ລາວ; ທີສອງ, ສະຖານະພາບຂອງໂຄງການ ແລະ ເນື້ອໃນລາຍການບຳລຸງຜູ້ບໍລິຫານການສຶກສາຢູ່ ສປປ.ລາວ; ທີສາມ, ການປ່ຽນແປງໃໝ່ຂອງວຽກງານສຶກສາຢູ່ ສສ. ຫວຽດນາມ, ການບຳລຸງພະນັກງານບໍລິຫານການສຶກສາຢູ່ ສສ. ຫວຽດນາມ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໂດຍສະເພາະແມ່ນວຽກງານຍົກສູງຄຸນນະພາບ ແລະ ຄຸ້ມຄອງໂຮງຮຽນ ແລະ ວຽກງານການຄຸ້ມຄອງການສຶກສາ". 

        ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ຍົກອອກຫຼາຍຄຳເຫັນປະກອບ, ວິທີການ ແລະ ຮູບແບບບຳລຸງສ້າງ, ຍົກສູງກຳລັງບໍລິຫານການສຶກສາໃຫ້ແກ່ພະນັກງານ ເພື່ອແນໃສ່ພັດທະນາແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ, ຕອບສະໜອງຄວາມຮຽກຮ້ອງໃນຍຸກສະໄໝໃໝ່. ພ້ອມກັນນັ້ນ, ສະຖາບັນຄຸ້ມຄອງການສຶກສາ ຫວຽດນາມ ກໍ່ສະເໜີແຜນຮ່າງ “ຍົກສູງຄວາມສາມາດໃຫ້ແກ່ພະນັກງານບໍລິຫານການສຶກສາ ລາວ” ແລະ ໄດ້ຮັບຄວາມເຫັນດີເຫັນພ້ອມກ່ຽວກັບເລື່ອງສ້າງແຜນຮ່າງໃຫ້ສົມບູນແບບ, ຍືນສະເໜີຕໍ່ລັດຖະບານຂອງ 2 ປະເທດ ເພື່ອຜັນຂະຫຍາຍໃນໄລຍະຈະມາເຖິງ.

TAG
VOV/VOVworld/ສຶກສາ/ແຜນຮ່າງ/ຄຳເຫັນ/ປະກອບ/ວິທີການ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ