logo

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

2023/4/10 | 11:10:00
(VOVWORLD) - ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ແລະ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ.
ທີ່ການພົບປະເຈລະຈາລະຫວ່າງທ່ານປະທານປະເທດ ຫວໍວັນເຖືອງ ແລະ ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ
(ພາບ: TTXVN)

        ຕອນບ່າຍວັນທີ 10 ເມສາ, ຢູ່ນະຄອນຫຼວງ ວຽງຈັນ, ໃນການເດີນທາງໄປຢ້ຽມຢາມ ລາວ ຢ່າງເປັນທາງການ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ແລະ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ.

        ທີ່ການພົບປະເຈລະຈາລະຫວ່າງທ່ານປະທານປະເທດ ຫວໍວັນເຖືອງ ແລະ ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ, ການນຳ 2 ທ່ານໄດ້ເຫັນດີສຸມໃສ່ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືລະຫວ່າງ 2 ປະເທດ, ໃນນັ້ນມີຂໍ້ຕົກລົງກ່ຽວກັບແຜນການຮ່ວມມືລະຫວ່າງລັດຖະບານ ຫວຽດນາມ ແລະ ລັດຖະບານ ລາວ ປີ 2023, ຂໍ້ຕົກລົງກ່ຽວກັບຍຸດທະສາດການຮ່ວມມື ຫວຽດນາມ - ລາວ ໄລຍະ 2021 – 2025; ເຫັນດີສືບຕໍ່ຮັກສາການຢ້ຽມຢາມ, ພົບປະຂັ້ນສູງ ແລະ ທຸກຂັ້ນໄລຍະ 2021 – 2025; ເພີ່ມທະວີການແລກປ່ຽນ, ສົມທົບກັນໃນບັນດາບັນຫາຍຸດທະສາດທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງ ແລະ ການພັດທະນາ; ຍູ້ແຮງການຮ່ວມມືໃນຫຼາຍຂົງເຂດ, ຄື: ການສຶກສາ - ບຳລຸງສ້າງ, ວິທະຍາສາດ, ການຫັນເປັນດີຈີຕອນ…

        ທີ່ການພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ, ທ່ານປະທານປະເທດ ຫວໍວັງເຖືອງ ຢືນຢັນວ່າ, ຫວຽດນາມ ພ້ອມແລ້ວຈະໜູນຊ່ວຍ ລາວ ປະຕິບັດສຳເລັດບັນດາການເຄື່ອນໄຫວພົວພັນກັບຕ່າງປະເທດສຳຄັນໃນໄລຍະຈະມາເຖິງ, ໃນນັ້ນມີກອງປະຊຸມຂັ້ນສູງສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທຳອິດ (ຄາດວ່າຈະຈັດຂຶ້ນຢູ່ ລາວ ໃນປີ 2023) ແລະ ການຮັບດຳລົງຕຳແໜ່ງປະທານກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ ປີ 2024 ໃຫ້ບັນລຸຜົນສຳເລັດ.

(ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຕ້ອນຮັບທ່ານປະທານສູນກາງແນວລາວສ້າງຊາດ ສິນລະວົງ ຄຸດໄພທູນ)

          ຕອນບ່າຍວັນດຽວກັນຢູ່ນະຄອນຫຼວງວຽງຈັນ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຕ້ອນຮັບທ່ານປະທານສູນກາງແນວລາວສ້າງຊາດ ສິນລະວົງ ຄຸດໄພທູນ.

        ຢູ່ທີ່ນີ້, ທ່ານປະທານປະເທດ ຫວໍວັງເຖືອງ ໄດ້ຕີລາຄາສູງໝາກຜົນການຮ່ວມມືລະຫວ່າງສູນກາງແນວລາວສ້າງຊາດ ກັບຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາຄູ່ຮ່ວມມືຕ່າງໆຂອງ ຫວຽດນາມ ໃນໄລຍະຜ່ານມາ, ພິເສດແມ່ນເລື່ອງ 2 ຝ່າຍໄດ້ລົງນາມໃນຂໍ້ຕົກລົງຮ່ວມມືໄລຍະ 2022 – 2026. ທ່ານປະທານປະເທດ ຫວໍວັນເຖືອງ ສະເໜີໃຫ້ສູນກາງແນວລາວສ້າງຊາດ ຈົ່ງສົມທົບກັບຝ່າຍ ຫວຽດນາມ ຢ່າງແໜ້ນແຟ້ນ ປະຕິບັດບັນດາຂໍ້ຕົກລົງຮ່ວມມືຢ່າງມີປະສິດທິຜົນໃນບັນດາຂົງເຂດຂອງແນວໂຮມ, ການຂົນຂວາຍປະຊາຊົນ, ສາສະໜາ, ຊົນເຜົ່າ ແລະ ຍູ້ແຮງການໂຄສະນາໃນປະຊາຊົນທຸກຊັ້ນວັນນະກ່ຽວກັບມູນເຊື້ອປະຫວັດສາດຂອງສາຍພົວພັນແບບພິເສດ ຫວຽດນາມ - ລາວ.

TAG
VOV/VOVworld/ການ​ສຶກ​ສາ/ບຳ​ລຸງ​ສ້າງ/ວິ​ທະ​ຍາ​ສາດ/​ການຫັນ​ເປັນ​ດີ​ຈີ​ຕອນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ