|
(ພາບ:qdnd.vn) |
ທີ່ການຕ້ອນຮັບ, ທ່ານພົນໂທ ເຈິ່ນເດີນ ເນັ້ນໜັກວ່າ: ລັດຖະບານ, ປະຊາຊົນ ແລະ ກອງທັບປະຊາຊົນຫວຽດນາມ ຍາມໃດກໍໄດ້ຖືເປັນສຳຄັນ, ຮັກສາ ແລະ ພັດທະນາການພົວພັນສາມັກຄີແບບພິເສດກັບລັດຖະບານ, ປະຊາຊົນ ແລະ ກອງທັບປະຊາຊົນລາວອ້າຍນ້ອງ; ພ້ອມທັງຢັ້ງຢືນວ່າ, ການຮ່ວມມືດ້ານປ້ອງກັນຊາດ ແມ່ນໜຶ່ງໃນບັນດາເນື້ອໃນສຳຄັນໃນການພົວພັນລະຫວ່າງສອງປະເທດ. ໂດຍຜ່ານການຮ່ວມມືດ້ານປ້ອງກັນຊາດ, ໄດ້ປະກອບສ່ວນປັບປຸງ, ເພີ່ມທະວີການປ້ອງກັນຄວາມສະຫງົບ, ການເມືອງ, ການກໍ່ສ້າງກອງທັບຂອງແຕ່ລະປະເທດ, ເຮັດໃຫ້ທຸກກົນອຸບາຍຂອງບັນດາອິດທິກຳລັງທີ່ເປັນປໍລະປັກ, ປະຕິການ, ກໍ່ຄວາມແບ່ງແຍກນ້ຳໃຈມິດຕະພາບ, ຄວາມສາມັກຄີລະຫວ່າງປະຊາຊົນ ແລະ ກອງທັບສອງປະເທດ ໃຫ້ປະລາໄຊໄປ.




