logo

ຫວຽດນາມ - ລາວ ເຫັນດີຍູ້ແຮງການເຊື່ອມຕໍ່ 2 ພື້ນຖານເສດຖະກິດ

2025/2/14 | 11:23:15
(VOVWORLD) - 2 ຝ່າຍໄດ້ເຫັນດີສືບຕໍ່ຜັນຂະຫຍາຍຢ່າງມິປະສິດທິຜົນຂໍ້ຕົກລົງຮ່ວມມືໄລຍະ 2021 – 2025 ແລະ ສົມທົບກັນກວດກາຄືນ, ສ້າງຂໍ້ຕົກລົງຮ່ວມມືໃນໄລຍະຕໍ່ໄປ
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດ ລາວ ທອງສະຫວັນ ພົມວິຫານ
(ພາບ: VGP)

        ຕອນເຊົ້າວັນທີ 14 ກຸມພາ, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທີ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ດຳເນີນການພົບປະເຈລະຈາກັບທ່ານຮອງລັດຖະມົນຕີການຕ່າງປະເທດ ລາວ ທອງສະຫວັນ ພົມວິຫານ. ຢູ່ທີ່ນີ້, 2 ຝ່າຍໄດ້ເຫັນດີສືບຕໍ່ຜັນຂະຫຍາຍຢ່າງມິປະສິດທິຜົນຂໍ້ຕົກລົງຮ່ວມມືໄລຍະ 2021 – 2025 ແລະ ສົມທົບກັນກວດກາຄືນ, ສ້າງຂໍ້ຕົກລົງຮ່ວມມືໃນໄລຍະຕໍ່ໄປ; ຮັກສາກົນໄກທາບທາມຄວາມເຫັນດ້ານການເມືອງຂັ້ນລັດຖະມົນຕີການຕ່າງປະເທດ ແລະ ທາບທາມຄວາມເຫັນດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດປະຈຳປີ; ຍູ້ແຮງການໂຄສະນາ, ສຶກສາກ່ຽວກັບມູນເຊື້ອຂອງສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ, ໂດຍສະເພາະແມ່ນສຳລັບລຸນນັກການທູດໜຸ່ມ 2 ປະເທດ; ສືບຕໍ່ໜູນຊ່ວຍປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ ດຳລົງຊີວິດເປັນປົກກະຕິ….

        ເພື່ອບັນລຸເປົ້າໝາຍນຳວົງເງິນການຄ້າ 2 ຝ່າຍໃຫ້ບັນລຸ 5 ຕື້ USD ໂດຍໄວ, 2 ຝ່າຍເຫັນດີຊຸກຍູ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງສ້າງກົນໄກ, ນະໂຍບາຍໃຫ້ບຸລິມະສິດ ແລະ ສົ່ງເສີມການຄ້າ 2 ຝ່າຍ, ຍູ້ແຮງການເຊື່ອມຕໍ່ 2 ພື້ນຖານເສດຖະກິດ. 2 ຝ່າຍກໍ່ເຫັນດີສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນໃນ ອາຊຽນ ແລະ ບັນດາກົນໄກຮ່ວມມືເຂດອະນຸພາກພື້ນແມ່ນ້ຳຂອງ; ສະໜັບສະໜູນຫຼັກໝັ້ນລວມຂອງ ອາຊຽນ ກ່ຽວກັບບັນດາບັນຫາຍຸດທະສາດຢູ່ພາກພື້ນ, ໃນນັ້ນມີບັນຫາທະເລຕາເວັນອອກ…

TAG
VOV/VOVworld/ການ​ເມືອງ​/ຍຸດ​ທະ​ສາດ/​ພາກ​ພື້ນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ