logo

ຫວຽດ​ນາມ ສືບ​ຕໍ່​ຍືດ​ໝັ້ນ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ຫັນ​ເປັນຫຼາຍ​ຮູບຫຼາຍ​ແບບ, ຫຼາຍ​ຝ່າຍ

2026/2/10 | 08:51:00
(VOVWORLD) - ເນື່ອງໃນໂອກາດປີໃໝ່ ປີມະເມຍ 2026, ຕອນຄ່ຳວັນທີ 9 ກຸມພາຢູ່ສຳນັງງານລັດຖະບານທີ່ ຮ່າໂນ້ຍ. ທ່ານຟ້າມມິນຈິງ ນາຍົກລັດຖະມົນຕີ ແລະ ພັນລະຍາ ເລທິບິກເຈິນ ໄດ້ຈັດງານລ້ຽງຄະນະທູຕານຸທູດ ລວມມີບັນດາທ່ານເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນປະຈຳ ຫວຽດນາມ.
(ພາບ: ລ້າຍຮວາ)

     ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ຕິດແທດເນື້ອໃນຈິດໃຈທັງໝົດ ແລະ ແມ່ນເປົ້າໝາຍຊື່ງກອງປະຊຸມໃຫ່ຍຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມວາງອອກ, ນັ້ນແມ່ນ: ສືບຕໍ່ ຍືດໝັ້ນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ; ເປັນເພື່ອນທີ່ດີ, ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈກັບທຸກປະເທດໃນໂລກ, ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຕໍ່ປະຊາຄົມສາກົນເພື່ອເປົ້າໝານສັນຕິພາບ, ຮ່ວມມື, ພັດທະນາຢູ່ພາກພື້ນ ແລະ ໃນໂລກ; ພ້ອມທັງໄດ້ກຳນົດວ່າ ການຕ່າງປະເທດແມ່ນໜ້າທີ່ສຳຄັນຍິ່ງ, ເປັນປະຈຳ. ຫວຽດນາມ ປາດຖະໜາສືບຕໍ່ໄດ້ຮັບການຮ່ວມເດີນທາງ ແລະ ການຊ່ວຍເຫຼືອອັນລ້ຳຄ່າຈາກເພື່ອມິດສາກົນ ເພື່ອພ້ອມກັນປະຕິບັດວິໄສທັດ “ຫວຽດນາມ ພັດທະນາຢ່າງຍືນຍົງ- ອາຊຽນຕິດພັນກັນ-ອາຊີວັດທະນາຖາວອນຮ່ວມກັນ-ໂລກແຫ່ງສັນຕິພາບ-ມວນມະນຸດສະເໝີພາບກ້າວຂຶ້ນ” ໃຫ້ປະກົດຜົນເປັນຈິງ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ:

   ລະດູບານໃໝ່ປີມະເມຍ 2026 ບໍ່ພຽງແຕ່ເປີດສາກໃຫ້ແກ່ປີໃໝ່ເທົ່ານັ້ນ, ຫາກຍັງເປີດສາກໃຫ້ແກ່ສັງກະລາດພັດທະນາໃໝ່ຂອງ ຫວຽດນາມ ອີກດ້ວຍ, ດ້ວຍວິໄສທັດ 100 ປີເພື່ອໃຫ້ ຫວຽດນາມ ເຂັ້ມແຂງແຮງກ້າ, ສິວິໄລ, ວັດທະນາຖາວອນ, ມີຄວາມຜາສຸກ, ກ້າວຂຶ້ນຢ່າງໝັ້ນຄົງ, ວ່ອງໄວ, ກ້າວຂຶ້ນສັງຄົມນິຍົມຢ່າງແຮງ. ການເປີດສາກທັງໝົດລ້ວນແຕ່ຮຽກຮ້ອງໃຫ້ມີການກະທຳທີ່ແຂງແຮງ, ແຕ່ຕ້ອງໄດ້ຮັບການນຳພາດ້ວຍຄຸນນະທາດອັນໝັ້ນແກ່ນ, ເດັດດຽວ, ຢືດໝັ້ນໃນການປ່ຽນໃໝ່ຈິນຕະນາການ; ໄດ້ກຳນົດດ້ວຍວິໄສທັດຍຸດທະສາດ; ດ້ວຍຈິດໃຈມອງກ້ວາງເຫັນໄກ, ຄິດເລິກເຮັດໃຫ່”.

 

TAG
VOV/VOVworld/ພັນ​ລະ​ຍາ ເລ​ທິ​ບິກ​ເຈິ​ນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ