logo

ຫວຽດ​ນາມ ສືບ​ຕໍ່​ເຂົ້າ​ຮ່ວມ​ວິ​ວັດ​ທະ​ນາ​ການ​ສ້າງວິ​ໄສ​ທັດ​ປະ​ຊາ​ຄົມ ອາ​ຊຽນ ຫຼັງ​ປີ 2025 ຢ່າງຕັ້ງ​ໜ້າ

2021/8/2 | 10:52:19
(VOVWORLD) -ຕອນເຊົ້າວັນທີ 2 ສິງຫາ, ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 54 (AMM – 54) ຖືກໄຂຂຶ້ນແບບທາງໄກ, ເປີດສາກໃຫ້ແກ່ການເຄື່ອນໄຫວປະຊຸມ ດ້ວຍຫຼາຍກວ່າ 20 ກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດ ຂອງ ອາຊຽນ ແລະ ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມືໃນຂອບເຂດ ອາຊຽນ + 1, ອາຊຽນ + 3, ກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS) ແລະ ເວທີປາໄສພາກພື້ນ ອາຊຽນ (ARF) ໃນລະຫວ່າງວັນທີ 2 ຫາວັນທີ 6 ສິງຫາ.
ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ (ພາບ: ກະຊວງການຕ່າງປະເທດ)

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ແບ່ງປັນກ່ຽວກັບຄວາມໝາຍ, ຄວາມຈຳເປັນຂອງວັກຊິນກັນພະຍາດໂຄວິດ - 19, ພ້ອມທັງສະເໜີໃຫ້ ອາຊຽນ ຈົ່ງຍາດແຍ່ງບັນດາກາລະໂອກາດຮ່ວມມືກັບຄູ່ຮ່ວມມືຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນໃນການຊື້ ແລະ ຖ່າຍທອດເຕັກໂນໂລຢີຜະລິດວັກຊີນ. ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ກໍຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຕໍ່ວິວັດທະນາການສ້າງວິໄສທັດປະຊາຄົມ ອາຊຽນ ຫຼັງປີ 2025; ພ້ອມທັງ, ສະແດງຄວາມຂອບອົກຂອບໃຈຕໍ່ການໜູນຊ່ວຍຊອງບັນດາປະເທດຕໍ່ຂໍ້ລິເລີ່ມຈັດຕັ້ງ ເວທີປາໄສຮ່ວມມືອະນຸພາກພື້ນ ໃນທ້າຍປີນີ້.

ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)
ຕອນບ່າຍວັນທີ 2 ສິງຫາ, ລັດຖະມົນຕີການຕ່າງປະເທດ ບັນດາປະເທດ ອາຊຽນ ໄດ້ເຂົ້າຮ່ວມບັນດາກອງປະຊຸມ ສະມັດຊາປະຊາຄົມການເມືອງ - ຄວາມໝັ້ນຄົງ ອາຊຽນ (APSC), ສະມັດຊາປະສານງານ ອາຊຽນ, ຄະນະກຳມະການພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ບໍ່ນຳໃຊ້ອາວຸດນິວເຄຼຍ (SEANWFZ) ແລະ ວາລະໂອ້ລົມສົນທະນາກັບຜູ້ຕາງໜ້າ ຄະນະກຳມະການລະຫວ່າງລັດຖະບານ ອາຊຽນ ກ່ຽວກັບບັນຫາມະນຸດສະທຳ (AICHR).
TAG
VOV/VOVworld/ສະ​​ມັ​ດ​ຊາປະ​ຊາ​ຄົມ​ການ​ເມືອງ/ຄວາມ​ໝັ້ນ​ຄົງ/ສະ​ມັດ​ຊາ​ປະ​ສານ​ງານ ອາ​ຊຽນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ