logo

ຫວຽດ​ນາມ ສະ​ເໜີ UNESCO ມີ​ການ​ປະ​ພຶດ​ເປັນ​ພິ​ເສດ​ຕໍ່​ກັບ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ

2026/2/18 | 07:46:52
(VOVWORLD) - ວັນທີ 17 ກຸມພາ, ກອງປະຊຸມຄັ້ງທີ 19 ຄະນະກຳມະການລະຫວ່າງລັດຖະບານ ສົນທິສັນຍາ UNESCO ກ່ຽວກັບການປົກປ້ອງ ແລະ ເສີມຂະຫຍາຍຄວາມຫຼາກຫຼາຍສີສັນຂອງບັນດາຮູບແບບວັດທະນະທຳ ( ເອີ້ນຫຍໍ້ວ່າ ສົນທິສັນຍາ ປີ 2005) ຖືກໄຂຂຶ້ນຢູ່ສຳນັກງານອົງການ UNESCO  ທີ່ປາຣີ, ປະເທດ ຝລັ່ງ.
 ທ່ານນາງ ຫງວຽນທິເວິນແອັງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ UNESCO
ໃນກອງປະຊຸມ (ພາບ: TTXVN)

ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມດ້ວຍຖານະເປັນໜຶ່ງໃນຈຳນວນ 24 ປະເທດສະມາຊິກຂອງຄະນະກຳມະການລະຫວ່າງລັດຖະບານຂອງສົນທິສັນຍາສະບັບດັ່ງກ່າວ. ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນທິເວິນແອັງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ UNESCO, ສະເໜີວ່າ ໃນໄລຍະຈະມາເຖິງ ຕ້ອງເອົາໃຈໃສ່ເປັນພິເສດເຖິງການຍົກສູງກຳລັງຄວາມສາມາດ, ແບ່ງປັນບົດຮຽນປະສົບການ, ເພີ່ມທະວີການຮ່ວມມືສາກົນ ແລະ ປະຕິບັດບັນດາຂໍ້ສະເໜີແນະ ກ່ຽວຂ້ອງເຖິງມາດຕາທີ 16 ຂອງ ສົນທິສັນຍາວ່າດ້ວຍ “ການປະພຶດແບບພິເສດສຳລັບບັນດາປະເທດພວມພັດທະນາ” ທີ່ໄດ້ຮັບການຮັບຮອງເອົາແລ້ວ. ຫວຽດນາມ ຈະສືບຕໍ່ຮ່ວມມືກັບປະຊາຄົມສາກົນ ເພື່ອແນໃສ່ຜັນຂະຫຍາຍສົນທິສັນຍາສະບັບປີ 2005 ໃຫ້ມີປະສິດທິຜົນ.


TAG
VOV/VOVworld/ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ/UNESCO

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ