logo

ຫວຽດ​ນາມ ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ເລື່ອງ ອາ​ເມ​ລິ​ກາ ຈັດ​ວາງ​​ອັດ​ຕາພາ​ສີອາ​ກອນ​ເພີ່ມ​ເຕີມ​ສຳ​ລັບ​ສິນ​ຄ້າ​ຂອງ​ບັ​ນ​ດາປະ​ເທດ​ສະ​ໜອງ​ນ້ຳ​ມັນ​ໃຫ້​ແກ່ ກຸຍ​ບາ

2026/2/2 | 11:36:44
(VOVWORLD) - ຫວຽດນາມ ຢັ້ງຢືນຄືນໃໝ່ການສະໜັບສະໜູນ ຕໍ່ບັນດາມະຕິໂດຍສະມັດຊາໃຫຍ່ ສປຊ ຮັບຮອງເອົາໃນຫຼາຍປີຜ່ານມາ, ຮຽກຮ້ອງ ອາເມລິກາ ຍົກເລີກບັນດາມາດຕະການປິດລ້ອມ, ຂວ້ຳບາດ ຕ້ານກຸຍບາ ແບບພຽງລຳພັງຝ່າຍດຽວ ຢ່າງທັນການ 
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: VGP)

ວັນທີ 2 ກຸມພາ 2026, ຕອບສຳພາດຕໍ່ຄຳຖາມຂອງນັກຂ່າວ ກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ເລື່ອງວັນທີ 29 ມັງກອນ 2026, ອາເມລິກາ ປະກາດຈັດວາງອັດຕາພາສີອາກອນເພີ່ມເຕີມສຳລັບສິນຄ້າຂອງບັນດາປະເທດສະໜອງນ້ຳມັນໃຫ້ແກ່ກຸຍບາ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ ຫວຽດນາມ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ມາດຕະການໃໝ່ຂອງອາເມລິກາ ແມ່ນ ຈະຈັດວາງອັດຕາພາສີເພີ່ມເຕີມຕໍ່ສິນຄ້າຂອງປະເທດສະໜອງນ້ຳມັນໃຫ້ແກ່ກຸຍບາ, ກໍ່ຜົນກະທົບຢ່າງຮ້າຍແຮງ ຕໍ່ການເຄື່ອນໄຫວເສດຖະກິດ, ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ກຸຍບາ. ຫວຽດນາມ ຢັ້ງຢືນຄືນໃໝ່ການສະໜັບສະໜູນ ຕໍ່ບັນດາມະຕິໂດຍສະມັດຊາໃຫຍ່ ສປຊ ຮັບຮອງເອົາໃນຫຼາຍປີຜ່ານມາ, ຮຽກຮ້ອງ ອາເມລິກາ ຍົກເລີກບັນດາມາດຕະການປິດລ້ອມ, ຂວ້ຳບາດ ຕ້ານກຸຍບາ ແບບພຽງລຳພັງຝ່າຍດຽວ ຢ່າງທັນການ ແລະ ມີບາດກ້າວຕາມທິດເຈລະຈາ, ປັບປຸງການພົວພັນ ກັບ ກຸຍບາ.

TAG
VOV/VOVworld/ຫວຽດ​ນາມ/ກຸຍ​ບາ/ກະ​ຊວງ​ການ​ຕ່າງ​ປະ​ເທດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ