logo

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ກິດ​ຈະ​ການ​ປ່ຽນ​ແປງ​ໃໝ່​ຢູ່ ລາວ ຢ່າງ​ແຮງ

2025/3/18 | 11:26:00
(VOVWORLD) -  ໃນຕະຫຼອດໄລຍະປະຕິວັດ, ພັກປະຊາຊົນປະຕິວັດ ລາວ ໄດ້ນຳພາປະຊາຊົນລາວບັນດາເຜົ່າຍາດເອົາເອກະລາດ, ປົດປ່ອຍຊາດ, ເປີດເສັ້ນທາງພັດທະນາໃຫ້ແກ່ປະເທດຊາດເທື່ອລະກ້າວ. ໃນຕະຫຼອດ 70 ປີຜ່ານມາ, ພັກປະຊາຊົນປະຕິວັດ ລາວ ໄດ້ຄົ້ນຄວ້າ, ຊອກຫາແນວທາງທີ່ເໝາສົມກັບສະພາບການຕົວຈິງຂອງປະເທດຊາດໃນແຕ່ລະໄລຍະລະອຽດ.
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕິມ (ພາບ: TTXVN)

ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (ວັນທີ 22 ມີນາ 1955 – 22 ມີນາ 2025), ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕິມ ຢັ້ງຢືນວ່າ ພັກປະຊາຊົນປະຕິວັດ ລາວ ໄດ້ຮັບການສ້າງຕັ້ງຂຶ້ນນັ້ນ ແມ່ນຂີດໝາຍແກ່ບາດລ້ຽວທີ່ສຳຄັນໃນປະຫວັດສາດປະຕິວັດຂອງປະເທດຊາດ.  ໃນຕະຫຼອດໄລຍະປະຕິວັດ, ພັກປະຊາຊົນປະຕິວັດ ລາວ ໄດ້ນຳພາປະຊາຊົນລາວບັນດາເຜົ່າຍາດເອົາເອກະລາດ, ປົດປ່ອຍຊາດ, ເປີດເສັ້ນທາງພັດທະນາໃຫ້ແກ່ປະເທດຊາດເທື່ອລະກ້າວ. ໃນຕະຫຼອດ 70 ປີຜ່ານມາ, ພັກປະຊາຊົນປະຕິວັດ ລາວ ໄດ້ຄົ້ນຄວ້າ, ຊອກຫາແນວທາງທີ່ເໝາສົມກັບສະພາບການຕົວຈິງຂອງປະເທດຊາດໃນແຕ່ລະໄລຍະລະອຽດ.

        ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ເນັ້ນໜັກວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ສະໜັບສະໜູນກິດຈະການປ່ຽນແປງໃໝ່ຢູ່ ລາວ ຢ່າງແຮງ ແລະ ເຊື່ອໝັ້ນວ່າ ພັກ, ລັດ ແລະ ປະຊາຊົນ ລາວ ຈະສືບຕໍ່ຍາດໄດ້ຫຼາຍຜົນງານໃໝ່, ຍິ່ງໃຫຍ່ກວ່າອີກໃນກິດຈະການປ່ຽນແປງໃໝ່, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດ ລາວ ຢ່າງມີໄຊ, ຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ມຸ່ງໄປເຖິງການຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກປະຊາຊົນປະຕິວັດ ລາວ ຄັ້ງທີ XII ໃນຕົ້ນປີ 2026 ຢ່າງຈົບງາມ; ສ້າງປະເທດຊາດ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ ຕາມເປົ້າໝາຍສັງຄົມນິຍົມຢ່າງສຳເລັດຜົນ.  


TAG
VOV/VOVworld/ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ/ປ່ຽນ​ແປງ​ໃໝ່/ຫວຽດ​ນາມ/ສະ​ໜັບ​ສະ​ໜູນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ