logo

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ທຸກ​ຂໍ້​ລິ​ເລີ່ມ​ແກ້​ໄຂ​ການ​ປ​ະ​ທະ​ກັນ ແລະ ສ້າງ​ສັນ​ຕິ​ພາບ​ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ ແລະ ກົດ​ບັດ ສ​ປ​ຊ

2026/1/27 | 12:39:41
(VOVWORLD) - ວັນທີ 26 ມັງກອນ, ຢູ່ສຳນັກງານ ສປຊ, ນິວຢອກ, ອາເມລິກາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດວາລະປຶກສາຫາລືເປີດຂັ້ນສູງພາຍໃຕ້ຫົວຂໍ້ “ຢັ້ງຢືນຄືນອຳນາດກົດໝາຍສາກົນ: ເສັ້ນທາງປັບປຸງສັນຕິພາບ, ຄວາມຍຸຕິທຳ ແລະ ລັດທິຫຼາຍຝ່າຍ” ພາຍໃຕ້ການເປັນປະທານຂອງ ໂຊມາລີ, ປະເທດປະທານສະພາຄວາມໝັ້ນຄົງ ເດືອນ ມັງກອນ 2026. 
ທ່ານອັດຄະລັດຖະທູດ ຫງວຽນຮວ່າງງວຽນ, ອຸປະທູດຊົ່ວຄາວ ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ
(ພາບ: TTXVN)

ເມື່ອກ່າວຄຳເຫັນໃນວາລະປະຊຸມ, ທ່ານອັດຄະລັດຖະທູດ ຫງວຽນຮວ່າງງວຽນ, ອຸປະທູດຊົ່ວຄາວ ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ຢັ້ງຢືນວ່າ ເລື່ອງເຄົາລົບ ແລະ ປະຕິບັດກົດໝາຍສາກົນ, ໂດຍສະເພາະແມ່ນກົດບັດ ສປຊ, ແມ່ນເງື່ອນໄຂຕັດສິນເພື່ອຮັບປະກັນສັນຕິພາບ ແລະ ຄວາມໝັ້ນຄົງສາກົນ; ທຸກປະເທດຕ້ອງປະຕິບັດບັນດາພັນທະຕາມກົດບັດທີ່ຕົນເປັນສະມາຊິກ, ແກ້ໄຂບັນດາຂໍ້ຄັດແຍ້ງໂດຍສັນຕິວິທີ, ບໍ່ນຳໃຊ້ ແລະ ນາບຂູ່ກຳລັງອາວຸດ; ເຄົາລົບບັນດາວິວັດທະນາການທາງການທູດ ແລະ ນິຕິກຳ. ທ່ານອັກຄະລັດຖະທູດ ຫງວຽນຮວ່າງງວຽນກໍຢັ້ງຢືນຄືນຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ສຳລັບລັດທິຫຼາຍຝ່າຍ, ອຳນາດກົດໝາຍສາກົນ ແລະ ບົດບາດເປັນໃຈກາງຂອງ ສປຊ ໃນການແກ້ໄຂບັນດາບັນຫາທົ່ວໂລກ, ພ້ອມທັງເນັ້ນໜັກວ່າ ຫວຽດນາມ ສະໜັບສະໜູນທຸກຄວາມມານະພະຍາຍາມ, ຂໍ້ລິເລີ່ມ ແກ້ໄຂການປະທະກັນ, ສ້າງສັນຕິພາບ ບົນພື້ນຖານຮັບປະກັນອຳນາດກົດໝາຍ ແລະ ສອດຄ່ອງກົດບັດ ສປຊ.


TAG
VOV/VOVworld/​ແກ້​ໄຂ​ການ​ປ​ະ​ທະ​ກັນ/ສ້າງ​ສັນ​ຕິ​ພາບ​/ກົດ​ບັດ ສ​ປ​ຊ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ