logo

ຫວຽດນາມ ສະໜັບສະໜູນລັດທິຫຼາຍຝ່າຍ, ຖືການພົວພັນມິດຕະພາບທີ່ເປັນມູນເຊື້ອເປັນສຳຄັນ

2025/4/1 | 08:25:08
(VOVWORLD) - ນີ້ແມ່ນການເຄື່ອນໄຫວການຕ່າງປະເທດສຳຄັນທີ່ສຸດຂອງສະພາແຫ່ງຊາດ ຫວຽດນາມ ໃນປີ 2025, ມີຄວາມໝາຍພິເສດ ນັບທັງດ້ານຫຼາຍຝ່າຍ ແລະ 2 ຝ່າຍ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ແລະ ພັນລະຍາ
(ພາບ: quochoi.vn)

        ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ຈະເຂົ້າຮ່ວມ ກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາໂລກ ຄັ້ງທີ 150 (IPU - 150), ຢູ່ ອູເບກິດສະຖານ, ຢ້ຽມຢາມ ສ.ອາກເມນີ ແລະ  ອູເບກິດສະຖານ ຢ່າງເປັນທາງການ, ແຕ່ວັນທີ 02 – 08 ເມສາ. ໂດຍເສີມຂະຫຍາຍບົດບາດເປັນສະມາຊິກທີ່ຕັ້ງໜ້າຂອງເວທີປາໄສລັດຖະສະພາຫຼາຍຝ່າຍ, ເຂົ້າຮ່ວມ IPU – 150, ຫວຽດນາມ ສືບຕໍ່ເປັນເຈົ້າການປະກອບສ່ວນ, ປຶກສາຫາລື, ແບ່ງປັນບົດຮຽນ, ຍົກອອກບັນດາຂໍ້ສະເໜີແນະເພື່ອແກ້ໄຂສິ່ງທ້າທາຍລວມໃນສະພາບການໂລກໃນປະຈຸບັນ. ພ້ອມກັນນັ້ນ, ກໍ່ປັບປຸງການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອກັບ ອາກເມນີ ແລະ ອູເບກິດສະຖານ.

        ນີ້ແມ່ນການເຄື່ອນໄຫວການຕ່າງປະເທດສຳຄັນທີ່ສຸດຂອງສະພາແຫ່ງຊາດ ຫວຽດນາມ ໃນປີ 2025, ມີຄວາມໝາຍພິເສດ ນັບທັງດ້ານຫຼາຍຝ່າຍ ແລະ 2 ຝ່າຍ.

ຫວຽດນາມ ສະໜັບສະໜູນລັດທິຫຼາຍຝ່າຍຢ່າງແຮງ

        ດ້ວຍຫົວຂໍ້ “ການກະທຳຂອງລັດຖະສະພາເພື່ອການພັດທະນາ ແລະ ຄວາມຍຸຕິທຳໃນສັງຄົມ”, IPU – 150 ຮຽກຮ້ອງຊຸກຍູ້ການຮ່ວມມືຫຼາຍຝ່າຍ ເພື່ອພ້ອມກັນຜ່ານຜ່າບັນດາສິ່ງທ້າທາຍໃນທົ່ວໂລກ. ລັດຖະສະພາບັນດາປະເທດ ຈະພ້ອມກັນກວດກາ, ແລກປ່ຽນ, ເປັນເອກະພາບການກະທຳ ເພື່ອເສີມຂະຫຍາຍບົດບາດຂອງ ແຕ່ລະສະມາຊິກໃນລັດຖະສະພາ ໃນການສ້າງ, ຕິດຕາມການປະຕິບັດບັນດານະໂຍບາຍ, ກົດໝາຍ, ຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ.

        ນັບແຕ່ປີເຂົ້າເປັນສະມາຊິກຂອງ IPU 1979, ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ແມ່ນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ. ສະພາແຫ່ງຊາດ ຫວຽດນາມ ໄດ້ດຳລົງຕຳແໜ່ງການນຳໃນບັນດາກົນໄກຂອງ IPU ເປັນຫຼາຍຄັ້ງ. ຄະນະເລຂາ ແລະ ບັນດາສະມາຊິກ IPU ຖືເປັນສຳຄັນບັນດາການປະກອບສ່ວນຂອງສະພາແຫ່ງຊາດ ຫວຽດນາມ, ພິເສດແມ່ນໃນຂົງເຂດຊຸກຍູ້ການເຊື່ອມຕໍ່ຢູ່ພາກພື້ນ ອາຊີ - ປາຊີຟິກ.

ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ
(ພາບ: ກະຊວງການຕ່າງປະເທດ ຫວຽດນາມ)

        ທີ່ເວທີປາໄສ IPU – 150 ຄັ້ງນີ້, ຫວຽດນາມ ກໍ່ສົ່ງສານກ່ຽວກັບປະເທດຊາດທີ່ພວມກ້າວເຂົ້າສູ່ສັງກາດໃໝ່, ດ້ວຍບັນດາຜົນງານໃນການພັດທະນາເສດຖະກິດ - ສັງຄົມທີ່ພົ້ນເດັ່ນ. ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ, ຢືນຢັນວ່າ:

        “ເລື່ອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມ IPU 150” ຄັ້ງນີ້ ເປັນການພິສູດໃຫ້ເຫັນຢ່າງມີຊີວີດຊີວາ ວ່າ ຫວຽດນາມ ສະໜັບສະໜູນລັດທິຫຼາຍຝ່າຍ, ຖືບົດບາດຂອງ IPU ເປັນສຳຄັນ, ກໍຄືສືບຕໍ່ຢືນຢັນວ່າ ສະພາແຫ່ງຊາດ ຫວຽດນາມ ແມ່ນສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຂອບຂອງ IPU”.

ຊຸກຍູ້ການຮ່ວມມືມິດຕະພາບທີ່ເປັນມູນເຊື້ອກັບ ອາກເມນີ ແລະ ອູເບກິດສະຖານ

        ໃນການພົວພັນ 2 ຝ່າຍ, ການຢ້ຽມຢາມ ສ.ອາກເມນີ ແລະ ສ.ອູເບກິດສະຖານ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແມ່ນການຢ້ຽມຢາມເປັນຄັ້ງທຳອິດຂອງຜູ້ນຳໜ້າອົງການນິຕິບັນຍັດ ຫວຽດນາມ, ກໍ່ແມ່ນການຢ້ຽມຢາມຂັ້ນສູງສຸດຂອງການນຳ ຫວຽດນາມ ໄປຍັງ 2 ປະເທດນີ້, ນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດປີ 1992. ທ່ານປະທານສະມາຄົມມິດຕະພາບ ອູເບກິດສະຖານ Alisher Rustamovich, ຖືວ່າ:

        “ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບການຢ້ຽມຢາມຄັ້ງນີ້, ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ຢູ່ ອູເບກິດສະຖານ, ເປັນການສະແດງໃຫ້ເຫັນວ່າ ພວກເຮົາພວມກ້າວຂຶ້ນລະດັບໃໝ່ທີ່ສູງກວ່າ. ສະພາແຫ່ງຊາດ ຫວຽດນາມ ແມ່ນອົງການລັດຖະບານສຳຄັນທີ່ສຸດ, ສວມບົດບາດຫຼັກແຫຼ່ງໃນການດຳເນີນຊີວິດດ້ານການເມືອງຂອງປະເທດ. ສະນັ້ນ, ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ຈະເປີດໂອກາດທີ່ກວ້າງໃຫຍ່ກວ່າໃຫ້ແກ່ການພັດທະນາການຮ່ວມມືຂອງ 2 ປະເທດໃນຫຼາຍຂົງເຂດ, ຄື: ການເມືອງ, ການຄ້າ ແລະ ການລົງທຶນ, ວັດທະນະທຳ ແລະ ການພົບປະແລກປ່ຽນປະຊາຊົນ”.

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ທ່ານປະທານສະພາແຫ່ງຊາດ ອາກເມນີ
(ພາບເອກະສານ: quochoi.vn)

        ໃນຂະນະນັ້ນ, ສຳລັບ ອາກເມນີ, ຫວຽດນາມ ຮັກສາການພົວພັນຮ່ວມມືມິດຕະພາບໃນທຸກຂົງເຂດ, ຍາມໃດກໍ່ສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສ, ຂອບເຂດຫຼາຍຝ່າຍ, ໃນນັ້ນມີ ສະຫະປະຊາຊາດ ແລະ ປະຊາຄົມ ຝລັ່ງໂກໂຟນີ. ກ່ຽວກັບແງ່ຫວັງການຮ່ວມມືລະຫວ່າງ 2 ປະເທດ, ທ່ານເອກອັກຄະລັດຖະທູດ ສ.ອາກເມນີ ປະຈຳ ຫວຽດນາມ Suren Baghdasaryan, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າຫວັງຈະກ້າວໄປກວ່າບົນເສັ້ນທາງຮ່ວມມືຢ່າງເລິກເຊິ່ງ, ກວ້າງຂວາງກັບ ຫວຽດນາມ ໃນບັນດາຂົງເຂດສຳຄັນ, ຄື: ອຸດສາຫະກຳເຕັກໂນໂລຊີສູງ, ການຄ້າ, ການສຶກສາ ແລະ ການພົບປະແລກປ່ຽນປະຊາຊົນ. ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນຂອງ ອາກເມນີ ໃນພາກພື້ນ ອາຊຽນ. ພວກຂ້າພະເຈົ້າມຸ່ງໄປເຖິງເປົ້າໝາຍສ້າງໂຄງການຮ່ວມມື ເພື່ອແນໃສ່ຮັບປະກັນຄວາມວັດທະນາຖາວອນລວມ, ຄວາມໝັ້ນຄົງ, ສັນຕິພາບຢ່າງຍາວນານ ແລະ ປະຕິບັດວິໄສທັດລວມກ່ຽວກັບ ຫວຽດນາມ ແລະ ອາກເມນີ ທີ່ເຂັ້ມແຂງ, ເອກະລາດ ແລະ ພັດທະນາແບບຍືນຍົງ”.

        ການໄປປະຕິບັດງານຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ທີ່ເຂົ້າຮ່ວມ IPU – 150 ແລະ ຢ້ຽມຢາມ ສ.ອາກເມນີ ແລະ ອູເບກິດສະຖານ ຢ່າງເປັນທາງການ ຈະແມ່ນຂີດໝາຍພິເສດ, ຢັ້ງຢືນຄຳໝັ້ນສັນຍາຂອງ ຫວຽດນາມ ທີ່ເວທີປາໄສລັດຖະສະພາຫຼາຍຝ່າຍ, ພ້ອມກັນນັ້ນ, ກໍ່ເປັນການເປີດຊ່ອງທາງການຮ່ວມມື 2 ຝ່າຍກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອຢູ່ພາກພື້ນອາຊີກາງ ແລະ ເຂດ Kavkaz./.

TAG
VOV/VOVworld/IPU – 150/ຕຳແໜ່ງ/ການນຳ/ນິຕິບັນຍັດ/ການເມືອງ/ການຄ້າ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ