logo

ຫວຽດນາມ ເຂົ້າຮ່ວມກອງປະຊຸມຊຸດທີ 75 ຂອງ ESCAP

2019/5/29 | 07:53:06
(VOVWORLD) -      ໃນລະຫວ່າງວັນທີ 27 – 31 ພຶດສະພາ 2019, ຢູ່ບາງກອກ, ປະເທດໄທ, ຄະນະກໍາມະການເສດຖະກິດ - ສັງຄົມ ອາຊີ - ປາຊີຟິກ ສປຊ ຊຸດທີ 75 (ESCAP) ໄດ້ຈັດກອງປະຊຸມຂັ້ນລັດຖະມົນຕີ ດ້ວຍຫົວຂໍ້ວ່າ “ມອບສິດໃຫ້ປະຊາຊົນ, ຮັບປະກັນລັກສະນະກວມລວມ ແລະ ຍຸຕິທໍາ” ພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີການຕ່າງປະເທດ ມົງໂກນ, ປະທານ ຄະນະກໍາມະການເສດຖະກິດ - ສັງຄົມ ອາຊີ - ປາຊີຟິກ ສປຊ ຊຸດທີ 75.

   ຄະນະຜູ້ແທນຫວຽດນາມ  ໂດຍທ່ານ ຫງວຽນຫ໋າຍບັ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ.ຫວຽດນາມ ປະຈໍາ ໄທ ນໍາໜ້າ ເຂົ້າຮ່ວມກອງປະຊຸມ.

 ທ່ານເອກອັກຄະລັດຖະທູດ ຫງວຽນຫ໋າຍບັ່ງກ່າວຄໍາເຫັນທີ່ກອງປະຊຸມ

        ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫງວຽນຫ໋າຍບັ່ງ ຖືວ່າ ເພື່ອມອບສິດ, ຮັບປະກັນລັກສະນະກວມລວມ ແລະ ຍຸຕິທໍານັ້ນ, ບັນດາປະເທດ ຄວນປະຕິຮູບນະໂຍບາຍ ແລະ ບັນດາການບໍລິການສາທາລະນະ, ສົ່ງເສີມປະຊາຊົນທຸກຊັ້ນວັນນະເຂົ້າຮ່ວມໃນຂັ້ນຕອນການວາງນະໂຍບາຍ; ຍົກສູງຄຸນນະພາບ ແລະ ເປີດກວ້າງລະບົບການສຶກສາ, ບັນດາຊຸດບໍາລຸງສ້າງ ແລະ ບັນດາກາລະໂອກາດຊອກຫາວຽກເຮັດງານທໍາ; ຮັບປະກັນໃຫ້ປະຊາຊົນທຸກຄົນລ້ວນແຕ່ມີສິດໄດ້ຮັບການສຶກສາ ດ້ວຍຄ່າຮຽນທີ່ເໝາະສົມ; ເພີ່ມທະວີການປ້ອງກັນຄວາມສະຫງົບ ແລະ ປະກັນສັງຄົມ ກໍຄືບັນດາການບໍລິການສາທາລະນະສຸກ.

        ສ່ວນຝ່າຍຫວຽດນາມ, ທ່ານເອກອັກຄະລັດຖະທູດ ຫງວຽນຫ໋າຍບັ່ງ ເນັ້ນໜັກວ່່າ ຫວຽດນາມ ຍາມໃດກໍເປັນເຈົ້າການ, ຕັ້ງໜ້າປະຕິບັດໂຄງການດໍາເນີນງານ ຮອດປີ 2030. ຫວຽດນາມ ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ຊຸກຍູ້ວິວັດການພັດທະນາແບບຍືນຍົງໃນໂລກເວົ້າລວມ ແລະ ຢູ່ ພາກພື້ນ ອາຊີ - ປາຊີຟິກ ເວົ້າສະເພາະ.

TAG
VOV/VOVworld/ESCAP/ຄະນະ​ກໍາມະການ​ເສດຖະກິດ - ສັງຄົມ/ອາຊີ -ປາຊີ​ຟິກ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ