logo

ຫວຽດ​ນາມ ເຂົ້າ​ຮ່ວມ​​ງານ​ບຸນ​ອາ​ຫານ​ການ​ກິນ, ງານ​ວາງ​ສະ​ແດງ ແລະ ຈຳ​ໜ່າຍ​ສິນ​ຄ້າ​ຢູ່ ​ລາວ

2024/11/18 | 08:51:31
(VOVWORLD) - ເຫດການປີນີ້ໄດ້ດຶງດູດ 171 ວິສາຫະກິດ 3 ປະເທດ ລາວ-ຫວຽດນາມ-ໄທ ເຂົ້າຮ່ວມ ດ້ວຍຮ້ານວາງສະແດງສິນຄ້າ 210 ຮ້ານ.

(ພາບ: TTXVN)

   ແຕ່ວັນທີ 13-17 ພະຈິກ, ຢູ່ແຂວງ ຄຳມ່ວນ ໄດ້ຈັດງານບຸນອາຫານການກິນ, ງານວາງສະແດງ ແລະ ຈຳໜ່າຍຜະລິດຕະພັນແຂວງ ຄຳມ່ວນ ປີ 2024. ເຂົ້າຮ່ວມເຫດການມີທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ; ຜູ້ຕາງໜ້າສະຖານກົງສູນໃຫ່ຍ ຫວຽດນາມ ປະຈຳແຂວງ ສະຫວັນນະເຂດ; ຜູ້ຕາງໜ້າອຳນາດການປົກຄອງແຂວງ ຄຳມ່ວນ ພ້ອມດ້ວຍຜູ້ຕາງໜ້າວິສາຫະກິດ ລາວ-ຫວຽດນາມ-ໄທ, ປຊຊ ແຂວງ ຄຳມ່ວນ ເປັນຈຳນວນຫຼວງຫຼາຍ.

  ເຫດການປີນີ້ໄດ້ດຶງດູດ 171 ວິສາຫະກິດ 3 ປະເທດ ລາວ-ຫວຽດນາມ-ໄທ ເຂົ້າຮ່ວມ ດ້ວຍຮ້ານວາງສະແດງສິນຄ້າ 210 ຮ້ານ. ບັນດາຮ້ານວາງສະແດງສ່ວນຫຼາຍແມ່ນບັນດາປະເພດສິນຄ້າທີ່ເປັນເອະກະລັກພິເສດສະເພາະຂອງທ້ອງຖິ່ນຄື: ອາຫານ, ເຄື່ອງຫັດຖະກຳສິລະປະ, ຜະລິດຕະພັນກະເສດ, ຜະລິດຕະພັນອຸດສາຫະກຳ, ການປຸງແຕ່ງ ແລະ ທ່ອງທ່ຽວ ຊື່ງຈະປະກອບສ່ວນຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ, ການຄ້າ ແລະ ການລົງທຶນລະຫວ່າງ 3 ປະເທດ ລາວ-ຫວຽດນາມ-ໄທ.

TAG
VOV/VOVworld/​​ງານ​ບຸນ​ອາ​ຫານ​ການ​ກິນ/ຈຳ​ໜ່າຍ​ສິນ​ຄ້າ​/ລາວ-ຫວຽດນາມ-ໄທ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ