logo

ຫວຽດນາມ ເຂົ້າຮ່ວມ ເວທີປາໄສສາກົນ ກ່ຽວກັບການພັດທະນາ ປີ 2012

2012/2/29 | 11:36:04

ຫວຽດນາມ ​ເຂົ້າ​ຮ່ວມ​ເວທີປາ​ໄສ​ສາກົນ​ກ່ຽວ​ກັບ​ການ​ພັດທະນາ ປີ 2012


ໄຂເວທີປາໄສສາກົນກ່ຽວກັບການພັດທະນາປີ 2012
(ພາບ: vietnamplus.vn)

ເວທີ​ປາ​ໄສສາກົນ​ກ່ຽວ​ກັບ​ການ​ພັດທະນາ​ຂອງ​ອົງການ​ຮ່ວມ​ມື ​ແລະ ພັດທະນາ​ເສດຖະກິດ (ຫຼື OECD) ດ້ວຍ​ຫົວ​ຂໍ້​ວ່າ “​ແງ່​ຫວັງພັດທະນາ​ໂລກ 2012: ຄວາມ​ສະໜິດ​ຕິດ​ພັນ​ສັງຄົມໃນ​ໂລກ​ມີ​ການ​ຜັນ​ແປ່​”, ​ໄດ້​ຖືກ​ຈັດ​ຕັ້ງ​ໃນ​ວັນ​ທີ 28 ​ແລະ 29/2 ຢູ່​ສຳນັກງານ​ອົງການ​ຮ່ວມ​ມື ​ແລະ ພັດທະນາ​ເສດຖະກິດ​ທີ່ Pari ປະ​ເທດ ຝຣັ່ງ. ນີ້​ແມ່ນ​ເວທີ​ປາ​ໄສ ​ເປີກ​ສາກ​ໃຫ້​ແກ່​ສັບປະດາ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 50 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ສູນ​ພັດທະນາ (ຫຼື DEV), ສູນ​ພັດທະນາ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເພື່ອ​ແນ​ໃສ່​ຜູກ​ຮັດ​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ຮ່ວມ​ມື ​ແລະ ພັດທະນາ​ເສດຖະກິດ ກັບ​ບັນດາ​ປະ​ເທດ​ພວມ​ພັດທະນາ. ສູນ​ພັດທະນາ​ແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ອົງການ​ຮ່ວມ​ມື ​ແລະ ພັດທະນາ​ເສດຖະກິດ, ລວມມີ 17 ປະ​ເທດ​ສະມາ​ຊິກ, ​ໃນ​ນັ້ນ​ມີ​ຫວຽດນາມ.

ຄະນະ​ຜູ້​ແທນ​ຫວຽດນາມ​ໂດຍ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ຝຣັ່ງ ​ເຢືອງຈີ​ຢູງ ນຳ​ໜ້າ​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ຖືກ​ດຳ​ເນີນ​ໃນ​ວັນ​ທີ 1/3 ຢູ່ Pari. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ຕົ້ນຕໍ ​ແລະ ​ເປັນ​ຈຸດ​ພົ້ນ​ເດັ່ນ​ຂອງ​ບັນດາ​ການ​ເຄື່ອນ​ໄຫວ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ສູນ​ພັດທະນາ. ທີ່​ກອງ​ປະຊຸມ​ຂັ້ນ​ສູງ​ນີ້, ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ​ມີ​ບົດ​ກ່າວ​ປາ​ໄສ​ທີ່​ວາລະ​ປຶກສາ​ຫາລື​ທີ່ 4 ກ່ຽວ​ກັບ​ຍຸດ​ທະ​ສາດ​ພັດທະນາ​ໃໝ່​ຂອງ​ອົງການ​ຮ່ວມ​ມື ​ແລະ ພັດທະນາ​ເສດຖະກິດ. ນີ້ກໍ​ແມ່ນ​ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ຕົ້ນຕໍ​​ໂດຍ​ບັນດາ​ຜູ້​ແທນ​ເຕື້ອງ​ເຖິງ​ທີ່​ເວທີ​ປາ​ໄສ​ສາກົນ​ກ່ຽວ​ກັບ​ການ​ຮ່ວມ​ມື ​ແລະ ພັດທະນາ​ຄັ້ງ​ນີ້.

TAG
ເວທີປາໄສສາກົນກ່ຽວກັບການພັດທະນາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ