logo

ຫວຽດນາມ - ເບລາຣຸດ: ນ້ຳໃຈມິດຕະພາບຊຸກຍູ້ການພັດທະນາເສດຖະກິດ

2025/5/20 | 15:00:00

(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ຫາກໍ່ສິ້ນສຸດການຢ້ຽມຢາມທາງລັດຖະກິດ ສ. ເບລາຣຸດ (ແຕ່ວັນທີ 11-12 ພຶດສະພາ). ໃນຂອບເຂດການຢ້ຽມຢາມ, ວິທະຍຸກະຈາຍສຽງ ເບລາຣຸດ ໄດ້ອອກອາກາດລາຍການ “ຫວຽດນາມ - ເບລາຣຸດ: ນ້ຳໃຈມິດຕະພາບຊຸກຍູ້ການພັດທະນາເສດຖະກິດ”. ໃນລາຍການພາກນີ້ ວິທະຍຸກະຈາຍສຽງ ຫວຽດນາມ ຂໍຄັດສະເຫນີບາງເນື້ອໃນຂອງລາຍການດັ່ງກ່າວ.

ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານ ປະທານາທິບໍດີ Aleksandr Lukashenko ລົງນາມໃນຖະແຫລງການຮ່ວມ ກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເບລາຣຸດ. (ພາບ: TTXVN)

ໂດຍຍົກໃຫ້ເຫັນຄວາມສາມາດບົ່ມຊ້ອນຂອງ ຫວຽດນາມ ເປັນຕົ້ນແມ່ນຂົງເຂດເສດຖະກິດ,  ລາຍການໄດ້ຢັ້ງຢືນ ໂດຍອີງຕາມການພົວພັນອັນຍາວນານ, ການຢ້ຽມຢາມ ເບລາຣຸດ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເປີດໄລຍະພັດທະນາໃຫມ່ໃນການພົວພັນສອງຝ່າຍ.

ເອີ້ນ ຫວຽດນາມ ແມ່ນປະເທດໂຕມັງກອນສີຂຽວ, ໂຕເສືືອເສດຖະກິດ ອາຊີ, ລາຍການໄດ້ຄັດສະເຫນີບົດກ່າວປາໄສຂອງທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko ແລະ ທ່ານລັດຖະມົນຕີການຕ່າງປະເທດ Maxim Ryzhenkov, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ອາຫານ Yuri Gorlov Belar , ທ່ານ Alexander Efimov ລັດຖະມົນຕີກະຊວງອຸດສາຫະກຳ ແລະ ອາຫານ ກ່ຽວກັບແງ່ຫວັງການຮ່ວມມືເສດຖະກິດ ລະຫວ່າງສອງປະເທດພາຍຫລັງການຢ້ຽມຢາມຄັ້ງນີ້.

ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ການນຳສະພາແຫ່ງຊາດ ເບລາຣຸດ ຕົກລົງເຫັນດີ ນຳການພົວພັນສອງຝ່າຍເຂົ້າໄລຍະໃຫມ່. (ພາບ:Văn Hiếu/VOV ) 

“ຂ້າພະເຈົ້າເຊື່ອໝັ້ນຕໍ່ຄວາມສາມາດບົ່ມຊ້ອນຂອງການຮ່ວມມືຜະລິດລົດລາກ, ຈັກລາກ  ແລະ ພາຫະນະກົນຈັກຂອງ ເບລາຣຸດ. ການປະຕິບັດບັນດາໂຄງການວິທະຍາສາດ - ເຕັກນິກຮ່ວມ, ໝູນໃຊ້ໝາກຜົນຂອງມັນເຂົ້າໃນເສດຖະກິດ ກໍ່ຄືແລກປ່ຽນບັນດາເຕັກໂນໂລຊີກ້າວຫນ້າທີ່ສຸດ ຈະຊ່ວຍຍົກສູງລະດັບຄວາມປອດໄພຂອງສອງປະເທດ”.ເບລາຣຸດ ນອນໃນຈຳນວນ 20 ປະເທດ ແມ່ນຄູ່ຮ່ວມມືຍຸດທະສາດຂອງ ຫວຽດນາມ. ນີ້ກໍ່ແມ່ນສິ່ງລ້ຳຄ່າທີ່ສຸດ. ໃນສະພາບຕົວຈິງ ປະຊາຊົນ ເມື່ອໄປເຂົ້າຮ້ານຄ້າ, ສັບພະສິນຄ້າ ເຂົາເຈົ້າກໍ່ເລືືອກເຟັ້ນຕາມທິດມີປະໂຫຍດ ເພາະວ່າ ວົງເງິນການຄ້າສອງສົ້ນຂອງພວກເຮົາແມ່ນມີຄວາມປະທັບໃຈທີ່ສຸດ”.

“ເບລາຣຸດ ອາດຈະສະຫນອງຊີ້ນງົວໃຫ້ຕະຫລາດ ຫວຽດນາມ. ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ພວກຂ້າພະເຈົ້າ ຮ່ວມມືຢ່າງແຫນ້ນແຟ້ນກ່ຽວກັບບັນຫານີ້. ສ່ວນພວກຂ້າພະເຈົ້າ ກໍ່ຊື້ສິນທະເລ, ເຂົ້າສານ, ໝາກໄມ້ຈາກ ຫວຽດນາມ. ການນຳເຂົ້າຂອງ ເບລາຣຸດ ຈາກ ຫວຽດນາມ ຍັງສູງກວ່າການສົ່ງອອກ. ສິ່ງນີ້ຊີ້ໃຫ້ເຫັນ ພວກເຮົາຍັງມີຄວາມບົ່ມຊ້ອນຫລາຍຢ່າງ”.

“ຫນຶ່ງໃນບັນດາໂຄງການຮ່ວມມືຜະລິດ ຊື່ງພວກຂ້າພະເຈົ້າພວມພິຈາລະນາ ແມ່ນການຜະລິດລົດລາກ, ຈັກລາກ  ຢູ່ ຫວຽດນາມ. ພວກຂ້າພະເຈົ້າເລີ່ມຕົ້ນໂຄງການ ດ້ວຍຜະລິດຕະພັນທີ່ມີສະມັດຕະພາບ 50 ແຮງມ້້າ ແລະ ໃນອະນາຄົດ ໂຄງການນີ້ອາດຈະເປີດກວ້າງເພື່ອໃຫ້ບໍ່ວ່າຜະລິດຕະພັນແບບໃດ, ຊະນິດໃດທີ່ພວມມີໃນຕ່ອງໂສ້ຜະລິດຕະພັນຂອງໂຮງຈັກລົດລາກ, ຈັກລາກພວກຂ້າພະເຈົ້າ”.

ໂດຍຄັດສະເຫນີຮູບພາບຂອງທ່ານເລຂາທິການໃຫຍ່ ໂຕເລີມ ໄປຢ້ຽມຢາມ, ຊອກຮູ້ກຳລັງຄວາມສາມາດຂອງຂະແຫນງກົນຈັກ ເບລາຣຸດ ຢູ່ ເຂດອຸດສາຫະກຳ MTZ, ລາຍການໂທລະພາບໄດ້ວິເຄາະວ່າ ນີ້ຈະກາຍເປັນຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນລະຫວ່າງສອງປະເທດ. ເປົ້າໝາຍແມ່ນເພີ່ມວົງເງິນການຄ້າສອງຝ່າຍ, ໃນນັ້ນ ມີການເປີດກວ້າງການຮ່ວມມືອຸດສາຫະກຳ, ກົນຈັກ... ຊື່ງໄດ້ປຶກສາຫາລື ແລະ ນຳເຂົ້າຖະແຫລງການຮ່ວມ, ເປີດແງ່ຫວັງໃຫຍ່ສຸດຫັນເປົ້າໝາຍນີ້ໃຫ້ປະກົດຜົນເປັນຈິງຄື ດັ່ງຄຳຢັ້ງຢືນຂອງທ່ານນາຍົກລັດຖະມົນຕີ ເບລາຣຸດ Aleksandr Turchin ໃນລາຍການໂທລະພາບ “ຫວຽດນາມ -ເບລາຣຸດ ນ້ຳໃຈມິດຕະພາບຊຸກຍູ້ການພັດທະນາເສດຖະກິດ”.

“ບັນດາຜູ້ຊ່ຽວຊານຂອງ ເບລາຣຸດ ຕີລາຄາ ປະຈຸບັນ ລະດັບການຕິດຕັ້ງລົດລາກ, ຈັກລາກຢູ່ ພາຍໃນປະເທດ ແມ່ນ 45%, ໝາຍຄວາມວ່າ ເກືອບເຄິ່ງຫນຶ່ງຈຳນວນລົດລາກ, ຈັກລາກຈະໄດ້ຕິດຕັ້ງຈາກບັນດາເຄື່ອງອາໄຫລ່ທີ່ຜະລິດຢູ່ ຫວຽດນາມ. ສິ່ງນີ້ສະແດງໃຫ້ເຫັນວ່າ ນັ້ນແມ່ນຜະລິດຕະພັນລວມຂອງສອງປະເທດພວກເຮົາ, ເພີ່ມຄວາມສາມາດແກ່ງແຍ້ງຢູ່ ຕະຫລາດພາກພື້ນ”.

ຄຽງຄູ່ກັບຂໍ້ຕົກລົງຮ່ວມມືຫລາຍສະບັບທີ່ໄດ້ລົງນາມໃນຂອບເຂດການຢ້ຽມຢາມໃນທຸກຂົງເຂດຄື: ການຫັນເປັນດິຈິຕອນ, ວິທະຍາສາດ - ເຕັກໂນໂລຊີ, ສາທາລະນະສຸກ, ການເງິນ... ການຮ່ວມມືລະຫວ່າງເຂດ, ການຮ່ວມມືລະຫວ່າງນະຄອນສອງປະເທດກໍ່ໄດ້ຮັບຄວາມສົນໃຈ.

ໂດຍບໍ່ຫົວຊາຕໍ່ຄວາມແຕກຕ່າງກັນດ້ານພູມສາດ, ລາຍການດັ່ງກ່າວໄດ້ໃຫ້ຂໍ້ສັງເກດວ່າ ຫວຽດນາມ ແລະ ເບລາຣຸດ ຍັງຄົງມີປະຫວັດສາດຮ່ວມ, ມີການພົວພັນແລກປ່ຽນຢ່າງແຫນ້ນແຟ້ນ ແລະ ເຫັນອົກເຫັນໃຈນຳກັນໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ. ນີ້ແມ່ນພື້ນຖານສຳຄັນ ແມ່ນກຳລັງແຮງຂອງຈິດໃຈອັນໃຫຍ່ຫລວງເພື່ອໃຫ້ສອງປະເທດຫັນກຳລັງແຮງການຮ່ວມມືດ້ານເສດຖະກິດຕ່າງຝ່າຍຕ່າງມີຜົນປະໂຫຍດໃນໄລຍະປະຈຸບັນໃຫ້ປະກົດຜົນເປັນຈິງ. ມ້ວນທ້າຍລາຍການແມ່ນການຢ້ຽມຢາມຂອງການນຳ ຫວຽດນາມ ດ້ວຍຫລາຍວຽກງານສຳຄັນໂດຍໄດ້ຮັບການປະຕິບັດ ແລະ ອະນາຄົດອັນສົດໃສພວມຢູ່ທາງຫນ້າ.

TAG
VOV/VOVworld/ເບລາຣຸດ/ດິຈິຕອນ/ວິທະຍາສາດ - ເຕັກໂນໂລຊີ/ສາທາລະນະສຸກ/ການຮ່ວມມື

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ