logo

ຫວຽດ​ນາມ​ເປີດ​ກວ້າງ​​ພື້ນ​ທີ່​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ ແລະ ນະ​ວັດ​ຕະ​ກຳ

2026/1/9 | 10:01:59
(VOVWORLD) - ເຫດການນີ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຢ່າງແຮງຕໍ່ບັນດາຄູ່ຮ່ວມມືຝລັ່ງ ແລະ ເອີລົບ ຕໍ່ສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ ກໍ່ຄືວິໄສທັດພັດທະນາຍາວນານຂອງ ຫວຽດນາມ ໃນບັນດາຂົງເຂດເຕັກໂນໂລຢີຍຸດທະສາດ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈີຢຸງ ກ່າວຄຳເຫັນທີ່ພິທີ (ພາບ: VOV)

ຕອນບ່າຍວັນທີ 8 ມັງກອນ, ຢູ່ຮ່າໂນ້ຍ, ສູນນະວັດຕະກຳແຫ່ງຊາດ (NIC) ໄດ້ສົມທົບກັບກຸ່ມບໍລິສັດ Dassault Systèmes (ຝລັ່ງ) ຈັດພິທີເປີດນຳໃຊ້ສູນຄົ້ນຄວ້າ ແລະ ພັດທະນາ (R&D) ພ້ອມກັບສູນດີເດັ່ນ (Center of Excellence – COE) ກ່ຽວກັບປັນຍາປະດິດ (AI) ແລະ Digital Twin; ກອງປະຊຸມສຳມະນາ “ມະຕິເລກທີ 57: ຈາກພື້ນຖານ Digital Twin ໄປເຖິງການພັດທະນາບັນດາຂະແໜງອຸດສາຫະກຳຍຸດທະສາດ”.

ກ່າວຄຳເຫັນທີ່ເຫດການ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈີຢຸງ ຫົວໜ້າຄະນະຊີ້ນຳຂອງລັດຖະບານກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ ໄດ້ເນັ້ນໜັ້ກວ່າ ເຫດການນີ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຢ່າງແຮງຕໍ່ບັນດາຄູ່ຮ່ວມມືຝລັ່ງ ແລະ ເອີລົບ ຕໍ່ສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ ກໍ່ຄືວິໄສທັດພັດທະນາຍາວນານຂອງ ຫວຽດນາມ ໃນບັນດາຂົງເຂດເຕັກໂນໂລຢີຍຸດທະສາດ.

ທ່ານ Samson Khaou ຮອງປະທານຜູ້ປະຈຳການກຸ່ມບໍລິສັດ Dassault Systèmes, ຮັບຜິດຊອບພາກພື້ນ ອາຊີ - ປາຊີຟິກ ໃຫ້ຮູ້ວ່າເຫດການເປີດຕົວຄວຍຄູ່ນີ້ໄດ້ສ້າງຂຶ້ນບົນພື້ນຖານ 20 ປີແຫ່ງຄວາມສະໜິດຕິດພັນລະຫວ່າງ ກຸ່ມບໍລິສັດ Dassault Systèmes ກັບບັນດາ ວິສາຫະກິດ, ຄູ່ຮ່ວມມື ແລະ ວົງການນັກຮຽນຮູ້ ຫວຽດນາມ, ປັບປຸງຄຳໝັ້ນສັນຍາອັນ ຍາວນານຂອງກຸ່ມບໍລິສັດຕໍ່ກັບວິວັດການຫັນເປັນດີຈີຕອນ ແລະ ອຸດສາຫະກຳ ຂອງ ຫວຽດນາມ.

TAG
VOV/VOVworld/ຫວຽດ​ນາມ​/​ເຕັກ​ໂນ​ໂລ​ຢີ/ນະ​ວັດ​ຕະ​ກຳ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ