logo

ຫວຽດນາມ ເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບກັບ ກຳປູເຈຍ ແລະ ລາວ

2017/8/17 | 06:43:00
(VOVWORLD) - ຕອນເຊົ້າວັນທີ 17 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ມີບັນດາການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນແຫ່ງລາຊະອານາຈັກ ກຳປູເຈຍ Samdech Krolahom Sar Kheng ແລະ ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ ສົມແກ້ວ ສີລະວົງ
 ການພົບປະມິດຕະພາບ

ເນື່ອງໃນໂອກາດມາ ຫວຽດນາມ ເຂົ້າຮ່ວມການພົບປະມິດຕະພາບລະຫວ່າງ 3 ລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ - ກະຊວງປ້ອງກັນຄວາມສະຫງົບ ລາວ - ກະຊວງພາຍໃນ ກຳປູເຈຍ.

 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ Samdech Krolahom Sar Kheng 

        ທີ່ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນແຫ່ງລາຊະອານາຈັກ ກຳປູເຈຍ Samdech Krolahom Sar Kheng, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ ຍາມໃດກໍ່ສາມັກຄີ, ສະໜັບສະໜູນປະຊາຊົນ, ລັດຖະບານ ກຳປູເຈຍ ຕາມທິດນຳ “ຖານບ້ານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ”. ທ່ານນາຍົກລັດຖະມົນຕີສະເໜີກຳລັງຕຳຫລວດ 2 ປະເທດ ສືບຕໍ່ສົມທົບກັນຕໍ່ສູ້ເຮັດໃຫ້ທຸກກົນອຸບາຍທີ່ແບ່ງແຍກ, ມ້າງທຳລາຍນ້ຳໃຈສາມັກຄີ, ມິດຕະພາບ 2 ປະເທດຖືກປະລາໄຊ; ສົມທົບກັນທາບທາມຄຳເຫັນ, ສະໜັບສະໜູນເຊິ່ງກັນ ແລະ ກັນ ຢູ່ບັນດາເວທີປາໄສສາກົນຫລາຍຝ່າຍກ່ຽວກັບການຕໍ່ສູ້ປ້ອງກັນຕ້ານອາດຊະຍາກຳ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບທ່ານ  ສົມແກ້ວ ສີລະວົງ

        ທີ່ການຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ ສົມແກ້ວ ສີລະວົງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ໃນສະພາບການໂລກ ແລະ ພາກພື້ນພວມຜັນແປຢ່າງສັບສົນ, ກຳລັງຕຳຫລວດ ຫວຽດນາມ ແລະ ລາວ ຄວນສືບຕໍ່ສົມທົບກັນຜັນຂະຫຍາຍການປະຕິບັດຂໍ້ຕົກລົງຂອງການນຳຂັ້ນສູງ ຫວຽດນາມ - ລາວ ເປັນຢ່າງດີ ຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ແຕ່ລະປະເທດ. ພ້ອມກັນນັ້ນ, ຕັ້ງໜ້າຕໍ່ສູ້ປ້ອງກັນຕ້ານອາດຊະຍາກຳ, ສະກັດກັ້ນ, ທຳລາຍບັນດາເສັ້ນທາງຄ້າຂາຍ, ຂົນສົ່ງຢາເສບຕິດ, ອາວຸດ, ທາດລະເບີດຜ່ານຊາຍແດນຢ່າງຜິດກົດໝາຍ…

TAG
VOV/VOVworld/ປ້ອງກັນຊາດປ້ອງກັນຄວາມສະຫງົບ/ກຳ​ປູ​ເຈຍ/ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ