logo

ຫວຽດ​ນາມ​ ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ກອງ​ປະ​ຊຸມ​ຮອງ​ລັດ​ຖະ​ມົນ​ຕີ​ການ​ເງິນ ແລະ ຮອງ​ຜູ້​ວ່າ​ການ​ທະ​ນາ​ການ​ສູນ​ກາງ APEC 2026

2026/2/6 | 09:17:55
(VOVWORLD) -    ໃນລະຫວ່າງວັນທີ 04 – 05 ກຸມພາ, ຄະນະຜູ້ແທນ ຫວຽດນາມ ນຳໂດຍທ່ານ ເຈິ່ນກວັກເຟືອງ ຮອງລັດຖະມົນຕີກະຊວງການເງິນ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມຮອງລັດຖະມົນຕີກະຊວງການເງິນ ແລະ ຮອງຜູ້ວ່າການທະນາຄານສູນກາງ ເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ທີ່ຈັດຂຶ້ນຢູ່ ຊຽງໄຮ້, ປະເທດ ຈີນ, ປະເທດເຈົ້າພາບຈັດປີ APEC 2026.
ຫົວໜ້າຄະນະຜູ້ແທນບັນດາປະເທດຖ່າຍຮູບເປັນທີ່ລະນຶກ (ພາບ: VGP)

 ໃນປີ APEC 2026, ດ້ວຍຫົວຂໍ້ “ສ້າງປະຊາຄົມ ອາຊີ - ປາຊີຟິກວັດຖະນາຖາວອນລວມ”, ຈີນ ກຳນົດ 4 ຈຸດສຸມບຸລິມະສິດປຶກສາຫາລືໃນຂະບວນວິວັດລັດຖະມົນຕີການເງິນ APEC ປີ 2026 ລວມມີ: ນະໂຍບາຍປີການເງິນໜູນຊ່ວຍຄອບຄົວ; ການເງິນສຳລັບພື້ນຖານໂຄງລ່າງດີຈີຕອນ; ໂອກາດ ແລະ ການເຂົ້າເຖິງການເງິນສຳລັບທຸກຄົນ; ການສົນທະນາກັບນັກການເງິນໜຸ່ມທີ່ມີຄວາມເກັ່ງກ້າສາມາດ. ເມື່ອກ່າວຄຳເຫັນໃນກອງປະຊຸມ ແລະ ບັນດາວາລະປຶກສາຫາລືໃນຂອບເຂດຫົວຂໍ້ບຸລິມະສິດນັ້ນ, ທ່ານ ເຈິ່ນກວັກເຟືອງ ຮອງລັດຖະມົນຕີກະຊວງການເງິນ ຫວຽດນາມ ໄດ້ຍົກໃຫ້ເຫັນຢ່າງພົ້ນເດັ່ນກ່ຽວກັບບັນດາຜົນງານເສດຖະກິດມະຫາພາກຂອງ ຫວຽດນາມ ໃນປີ 2025, ອັບເດດບັນດາເປົ້າໝາຍໃນປີ 2026 ແລະ ໄລຍະ 2026 – 2030. ທ່ານຮອງລັດຖະມົນຕີກໍແບ່ງປັນບົດຮຽນປະສົບການຂອງ ຫວຽດນາມ ໃນການສ້າງບັນດານະໂຍບາຍປີການເງິນໜູນຊ່ວຍຄອບຄົວ, ສະແດງໃຫ້ເຫັນຈິນຕະນາການສະເໝີຕົ້ນສະເໝີປາຍ ແລະ ວິໄສທັດຍຸດທະສາດຂອງ ຫວຽດນາມ ທີ່ຖືການລົງທຶນ, ພັດທະນາມະນຸດເປັນພື້ນຖານ, ຍົກສູງລາຍຮັບຄອບຄົວຂຶ້ນເທື່ອລະກ້າວ ແລະ ສ້າງກຳລັງໜູນເຕີບໂຕໃໝ່, ຜ່ານນັ້ນ ກໍ່ຊຸກຍູ້ການເຕີບໂຕເສດຖະກິດຢ່າງວ່ອງໄວ ແລະ ຍືນຍົງໃນໄລຍະຍາວ.


TAG
VOV/VOVworld/ວິໄສທັດຍຸດທະສາດ/ເວ​ທີ​ປາ​ໄສການ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ/ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ