logo

ຫວຽດ​ນາມ ແບ່ງ​ປັນ​ບົດ​ຮຽນ​ພັດ​ທະ​ນາ​ສັງ​ຄົມ​ຍຸດ​ຕິ​ທຳ ແລະ ກວມ​ລວມ​ຢູ່ ສ​ປ​ຊ

2026/2/10 | 08:55:53
(VOVWORLD) -  ແຕ່ວັນທີ 2-10 ກຸມພາ, ກອງປະຊຸມຄັ້ງທີ 64 ຂອງຄະນະກຳມະການພັດທະນາສັງຄົມ ສປຊ (CSocD) ດ້ວຍຫົວຂໍ້ “ຊຸກຍູ້ການພັດທະນາສັງຄົມ ແລະ ຄວາມຍຸດຕິທຳສັງຄົມ ຜ່ານບັນດານະໂຍບາຍສົມທົບກັນ, ຍຸດຕິທຳ ແລະ ກວມລວມ” ຈັດຂຶ້ນຢູ່ສຳນັກງານ ສປຊ ທີ່ ນິວຢອກ ປະເທດ ອາເມລິກາ.
(ພາບ: TTXVN)

      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານອັກຄະລັກທະທູດ ຫງວຽນຮ່ວາງງວຽນ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຢືນຢັນວ່າ ການພັດທະນາສັງຄົມ ແລະ ຄວາມຍຸດຕິທຳສັງຄົມແມ່ນເສົາຄ້ຳໃນຍຸດທະສາດພັດທະນາປະເທດຊາດຂອງ ຫວຽດນາມ, ດ້ວຍກຳນົດທິດຖືເອົາການປົວແປງຊີວິດຂອງ ປຊຊ ແມ່ນໄມ້ວັດແທກການເຕີບໂຕ. ຜູ້ຕາງໜ້າຂອງ ຫວຽດນາມ ແບ່ງປັນວ່າ: ໃນ 5 ປີຜ່ານມາ, ອັດຕາຄວາມທຸກຍາກໄດ້ຫລຸດແຕ່ 5,2% ລົງເຫຼືອພຽງ 1,3%; GDP ສະເລ່ຍຕໍ່ຫົວຄົນເພີ່ມຂຶ້ນ 1,4 ເທົ່າ, ນຳ ຫວຽດນາມ ເຂົ້າໃນບັນຊີລາຍຊື່ກຸ່ມບັນດາປະເທດມີລາຍຮັບສະເລ່ຍສູງ. ພ້ອມກັນນັ້ນ, ທ່ານຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ສະເໜີເພີ່ມທະວີການສົມທົບກັນ, ຕິດພັນນະໂຍບາຍຕາມວິທີເຂົ້າເຖິງທົ່ວລັດຖະບານ, ທົ່ວສັງຄົມ; ນຳຄວາມສະເໝີພາບລະຫວ່າງຍິງ-ຊາຍເຂົ້າໃນນະໂຍບາຍແຮງງານ-ສັງຄົມ ແລະ ຊຸກຍູ້ການມອບສິດເສດຖະກິດໃຫ້ແກ່ແມ່ຍິງ; ຍູ້ແຮງການຫັນເປັນດີຈີຕອນ ຜ່ານການລົງທຶນພື້ນຖານໂຄງລ່າງ ແລະ ເຕັກນິກດີຈີຕອນເຂດຊົນນະບົດ, ເຂດຫ່າງໄກສອກຫຼີກ, ພ້ອມກັບການເພີ່ມທະວີການຮ່ວມມື ແລະ ໜູນຊ່ວຍສາກົນໃຫ້ແກ່ບັນດາປະເທດພວມພັດທະນາ.

TAG
VOV/VOVworld/ຫວຽດ​ນາມ ແບ່ງ​ປັນ​ບົດ​ຮຽນ​ພັດ​ທະ​ນາ​ສັງ​ຄົມ​ຍຸດ​ຕິ​ທຳ ແລະ ກວມ​ລວມ​ຢູ່ ສ​ປ​ຊ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ