logo

ຫວຽດນາມ ແລະ ຈໍແດນ ຕ້ອງກາຍເປັນບັນດາຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈແຖວໜ້າຂອງກັນຢູ່ແຕ່ລະພາກພື້ນ

2026/2/4 | 09:07:42
(VOVWORLD) - ຈໍແດນ ແລະ ຫວຽດນາມ ລ້ວນແຕ່ພວມຢູ່ໃນຈຸດເວລາເພື່ອສ້າງສັງກາດພັດທະນາໃໝ່ ແລະ ຕັ້ງໜ້າເຂົ້າຮ່ວມການແກ້ໄຂບັນດາບັນຫາລວມຂອງປະຊາຄົມສາກົນ.
ທ່ານ ໂຕເລິມ, ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຕ້ອນຮັບທ່ານ Mazen Turki El Qadi, ປະທານສະພາຕ່ຳ ຈໍແດນ
(ພາບ: TTXVN)

ຕອນບ່າຍວັນທີ 03 ກຸມພາ, ຢູ່ສຳນັກງານສູນກາງພັກ, ທີ່ ຮ່າໂນ້ຍ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ຕ້ອນຮັບທ່ານ Mazen Turki El Qadi, ປະທານສະພາຕ່ຳ ຈໍແດນ, ເນື່ອງໃນໂອກາດທ່ານມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ແຕ່ວັນທີ 02 – 05 ກຸມພາ 2026.

ທ່ານເລຂາທິການໃຫຍ່ໂຕເລິມ ເນັ້ນໜັກວ່າ ຈໍແດນ ແລະ ຫວຽດນາມ ລ້ວນແຕ່ພວມຢູ່ໃນຈຸດເວລາເພື່ອສ້າງສັງກາດພັດທະນາໃໝ່ ແລະ ຕັ້ງໜ້າເຂົ້າຮ່ວມການແກ້ໄຂບັນດາບັນຫາລວມຂອງປະຊາຄົມສາກົນ. ບົນຈິດໃຈນັ້ນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຢືນຢັນຄວາມຕັດສິນໃຈຂອງ ຫວຽດນາມ ໃນການປັບປຸງ ແລະ ຊຸກຍູ້ການພົວພັນຮ່ວມມືມິດຕະພາບກັບ ຈໍແດນ ໃຫ້ຫຼາຍກວ່າ.

ສ່ວນທ່ານປະທານສະພາຕ່ຳ Mazen Turki El Qadi ໃຫ້ຮູ້ວ່າ ຈໍແດນ ປາດຖະໜາຢາກຮ່ວມມື ແລະ ແລກປ່ຽນບົດຮຽນໃນບັນດາຂົງເຂດທີ່ ຫວຽດນາມ ມີທ່າແຮງ, ພິເສດແມ່ນດ້ານວິທະຍາສາດ - ເຕັກໂນໂລຊີ ແລະ ບັນດາຂະແໜງເຕັກໂນໂລຊີທີ່ຫາກໍ່ພົ້ນເດັ່ນ.

2 ຝ່າຍກໍ່ເຫັນດີຮ່ວມມືກັນ ເພື່ອປະກອບສ່ວນຢ່າງແທດຈິງ, ມີປະສິດທິຜົນເຂົ້າໃນຄວາມມານະພະຍາຍາມລວມເພື່ອຊຸກຍູ້ສັນຕິພາບ, ແກ້ໄຂການປະທະກັນ ແລະ ສ້າງພາກພື້ນຂຶ້ນໃໝ່, ໃນນັ້ນມີເລື່ອງ ຕັ້ງໜ້າເຂົ້າຮ່ວມສະພາສັນຕິພາບ ເພື່ອຢຸດຕິການປະທະກັນຢູ່ເຂດ ກາຊາ ເຊິ່ງ ຫວຽດນາມ ແລະ ຈໍແດນ ລ້ວນແຕ່ເປັນສະມາຊິກ.

TAG
VOV/VOVworld/​ແກ້​ໄຂ​/​ບັນ​ຫາ/ພາກ​ພື້ນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ