logo

ຫວຽດນາມ ແລະ ລາວ ລົງນາມໃນບົດບັນທຶກຮ່ວມມືໂທລະພາບ

2012/2/9 | 07:38:49
ການຮ່ວມ​ມື​ລະຫວ່າງ​ກະຊວງຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ລາວ ​ແລະ ​ໂທລະພາບ ສສ ຫວຽດນາມ ​ໄລຍະ​ປີ 2012 - 2015

( ພາບ: pasaxon.org.la )

( vovworld ) - ຕອນ​ບ່າຍ​ວັນ​ທີ 8 ກຸມພາ ຢູ່​ນະຄອນຫຼວງ ວຽງ​ຈັນ, ​ໄດ້​ດຳ​ເນີນ​ພິທີ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ລະຫວ່າງ​ກະຊວງຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ລາວ ​ແລະ ​ໂທລະພາບ ສສ ຫວຽດນາມ ​ໄລຍະ​ປີ 2012 - 2015. ​​ຕາມ​ນັ້ນ​ແລ້ວ, 2 ຝ່າຍ​ເພີ່ມ​ທະວີ​ແລກປ່ຽນ​​ຂ່າວສານ, ບົດສາ​ສາລະ​ຄະ​ດີ ​ແລະ ບັນດາລາຍການ​ໂທລະພາບ. ກະຊວງຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ລາວ ສືບ​ຕໍ່​ສະໜັບ​ສະ​ໜູນ​ໂທລະພາບ ສສ ຫວຽດນາມ ປະຕິບັດ​​ໂຄງການ​ກໍ່ສ້າງສະຖານ​ນີ​ໂທລະພາບ​ຢູ່​ທ້ອງ​ຖີ່​ນຕ່າງໆ​ຂອງ​ລາວ. ​ໂທລະ​ພາບ ສສ ຫວຽດນາມ ສືບ​ຕໍ່​ປະຕິບັດ​ໂຄງການໜັງສືລອດ​​ຜ່ານ​ໜ້າຈໍດ້ວຍພາສາ ລາວ ​ໃນ​​ໂທລະພາບຊ່ອງ VTV4 ທີ່​ຖ່າຍ​ທອດຢູ່​ ລາວ, ຊ່ວຍ​ໂທລະພາບ​ແຫ່ງ​ຊາດ​ ລາວ ບູລະນະ ສ້ອມແປງອຸປະກອນເຄື່ອງສົ່ງ​ສັນຍາ​ໂທລະພາບ.

TAG
ສສ ຫວຽດນາມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ