logo

ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືທາງດ້ານການກວດສອບ

2022/11/26 | 09:01:17
(VOVWORLD) - ທ່ານ ໂງວັນຕວັນ, ຫົວໜ້າອົງການກວດສອບແຫ່ງລັດ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານນາງ ສູນທອນ ໄຊຍະຈັກ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດລາວ.
ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ເຮັດວຽກກັບຄະນະ
(ພາບ:VOV)

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຕາມຄຳເຊື້ອເຊີນຂອງທ່ານ ວຽງທະວີສອນ ເທບພະຈັນ, ຫົວໜ້າອົງການກວດສອບແຫ່ງລັດ ສປປ ລາວ, ວັນທີ 25 ພະຈິກ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານ ໂງວັນຕວັນ, ຫົວໜ້າອົງການກວດສອບແຫ່ງລັດ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານນາງ ສູນທອນ ໄຊຍະຈັກ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດລາວ.

        ທ່ານ ຫົວໜ້າອົງການກວດສອບແຫ່ງລັດ ຫວຽດນາມ ໂງວັນຕວັນ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ສອງອົງການກວດສອບແຫ່ງລັດຈະສືບຕໍ່ເພີ່ມທະວີການພົວພັນຮ່ວມມືຮອບດ້ານຂອງສອງອົງການ; ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສຫຼາຍຝ່າຍກ່ວາອີກ.

        ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ແລະ ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ສູນທອນ ໄຊຍະຈັກ ຢັ້ງຢືນວ່າ: ການຢ້ຽມຢາມ ຈະປະກອບສ່ວນເພີ່ມພູນຄູນສ້າງໃຫ້ແກ່ການພົວພັນລະຫວ່າງສອງອົງການກວດສອບຂອງສອງປະເທດເວົ້າສະເພາະ ແລະ ການພົວພັນແບບພິເສດລະຫວ່າງສອງປະເທດເວົ້າລວມ. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ສະເໜີໃຫ້: ອົງການກວດສອບ ສອງປະເທດເພິີ່ມທະວີການແລກປ່ຽນຄະນະຜູ້ແທນ, ເພື່ອເພີ່ມທະວີກຳລັງຄວາມສາມາດໃຫ້ແກ່ອົງການກວດສອບແຫ່ງລັດ ສປປ ລາວ.

TAG
VOV/VOVworld/ກວດ​ສອບ​ບັນ​ຊີ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ