logo

ຫວຽດນາມແລະລາວເພີ່ມທະວີການຮ່ວມມືໃນຂົງເຂດວິທະຍາສາດເຕັກໂນໂລຊີ

2017/12/6 | 10:08:30
(VOVWORLD) -ວັນທີ 5 ທັນວາ ຢູ່ ນະຄອນຫລວງ ວຽງຈັນ, ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໂດຍທ່ານ ເຈົາວັນມີງ ປະທານສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ນຳຫນ້າ ພວມຢ້ຽມຢາມ ແລະເຮັດວຽກຢູ່ ລາວ ແຕ່ວັນທີ 4-8 ທັນວາ. 
 ທ່ານ ເຈົາວັນມີງ ປະທານສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ 

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ໄດ້ສະເຫນີ ສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ເພີ່ມທະວີການແລກປ່ຽນກັບສະຖາບັນວິທະຍາສາດແຫ່ງຊາດລາວ ເພື່ອນຳໃຊ້ແຫລ່ງງົບປະມານເຂົ້າໃນການປະຕິບັດກິດຈະກຳຄົ້ນຄ້ວາພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນໃນການໝູນໃຊ້ ແລະ ຖ່າຍທອດບັນດາໝາກຜົນການຄົ້ນຄວ້າເຂົ້າໃນສະພາບຕົວຈິງ, ຊ່ວຍເຫລືອບຳລຸງສ້າງແຫລ່ງຊັບພະຍາກອນມະນຸດດ້ານວິທະຍາສາດ, ເຕັກໂນໂລຊີໃຫ້ມີລະດັບຄວາມຮູ້ສູງ.

ເມື່ອລາຍງານໃຫ້ທ່ານນາຍົກລັດຖະມົນຕີ ທອງລຸນ ສີສິລຸດ ຮັບຊາບກ່ຽວກັບໝາກຜົນການຮ່ວມມືລະຫວ່າງ ສະຖາບັນບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ກັບສະຖາບັນວິທະຍາສາດແຫ່ງຊາດ ລາວ, ສາດສະດາຈານ, ສະມາຊິກສະຖາບັນບັນດິດ ເຈົາວັນມີງ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ ສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມື, ຊ່ວຍເຫລືອເຊິ່ງກັນ ແລະກັນ ເພື່ອສຳເລັດບັນດາຫນ້າທີ່ຊື່ງການນຳສອງພັກ,ສອງລັດມອບໝາຍ, ປະກອບສ່ວນເຂົ້າໃນການປັບປຸງ ແລະ ເພີ່ມພູນຄູນສ້າງໃຫ້ການພົວພັນແບບພິເສດ ຫວຽດນາມ - ລາວ, ເພື່ອການພັດທະນາລວມຂອງສອງປະເທດ.

ກ່ອນຫນ້ານັ້ນ ຕອນເຊົ້າວັນດຽວກັນ, ຄະນະຜູ້ແທນ ສະຖາບັນບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ  ໄດ້ມີການເຈລະຈາກັບຄະນະຜູ້ແທນສະຖາບັນວິທະຍາສາດແຫ່ງຊາດລາວ. ສອງຝ່າຍໄດ້ເນັ້ນຫນັກເຖິງການເພີ່ມທະວີການພົວພັນຮ່ວມມືໃນໄລຍະຈະມາເຖິງ, ເພີ່ມທະວິການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ແລກປ່ຽນບົດຮຽນກ່ຽວກັບການຄົ້ນຄ້ວາວິທະຍາສາດ ແລະ ເຕັກໂນໂລຊີ. ຝ່າຍ ຫວຽດນາມ ມີຄຳໝັ້ນສັນຍາສືບຕໍ່ຊ່ວຍບຳລຸງສ້າງ ຊັບພະຍາກອນມະນຸດດ້ານວິທະຍາສາດ, ເຕັກໂນໂລຊີ ໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ລາວ ແລະ ສະຖາບັນວິທະຍາສາດແຫ່ງຊາດລາວ.

ຕອນບ່າຍວັນດຽວກັນ, ເພື່ອຮັບຮູ້ບັນດາຜົນງານໃນການປະກອບສ່ວນໃຫ້ແກ່ພາລະກິດວິທະຍາສາດ ແລະ ພັດທະນາຂອງ ປະເທດ ສປປ ລາວ, ກະຊວງວິທະຍາສາດ ແລະເຕັກໂນໂລຊີ ລາວ ໄດ້ຈັດຕັ້ງພິທີປະດັບຫລຽນໄຊ, ຫລຽນກາ ໃຫ້ ທ່ານ ເຈົາວັນມີງ ສາດສະດາຈານ, ສະມາຊິກສະຖາບັນບັນດິດ ແລະ ການນຳ, ພະນັກງານ ສະຖາບັນບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ບາງທ່ານ. 

TAG
VOV/VOVworld/ສະຖາບັນວິທະຍາສາດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ