logo

ຫວຽດນາມ ແລະລາວເພີ່ມທະວີການຮ່ວມມືໃນວຽກງານແນວໂຮມ

2018/5/29 | 07:01:00
(VOVWORLD) -ທ່ານປະທານສູນກາງແນວລາວສ້າງຊາດ ໄຊສົມພອນ ພົມວິຫານ ໄດ້ຕີລາຄາສູງຕໍ່ບັນດາເນື້ອໃນທີ່ສອງຝ່າຍໄດ້ນຳມາປຶກສາຫາລືແລກປ່ຽນກັນໃນຕອນບ່າຍຂອງວັນດຽວກັນ
 ທ່ານ ໄຊສົມພອນ ພົມວິຫານ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ປະທານສູນກາງແນວລາວສ້າງຊາດ ຕ້ອນຮັບທ່ານ ເຫົ່າອາເລັ່ງ ເລຂາທິການໃຫຍ່ຄະນະກຳມະການສູນກາງ ແນວໂຮມປະເທດຊາດຫວຽດນາມ

ຕອນບ່າຍວັນທີ 28 ພຶດສະພາ, ທີ່ນະຄອນຫຼວງວຽງຈັນ, ທ່ານ ໄຊສົມພອນ ພົມວິຫານ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ປະທານສູນກາງແນວລາວສ້າງຊາດ ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໂດຍທ່ານ ເຫົ່າອາເລັ່ງ, ຮອງປະທານ ທັງເປັນ ເລຂາທິການໃຫຍ່ຄະນະກຳມະການສູນກາງ ແນວໂຮມປະເທດຊາດຫວຽດນາມ ນຳໜ້າ ເນື່ອງໃນໂອກາດຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ໃນລະຫວ່າງວັນທີ 28 ຫາວັນທີ 31 ພຶດສະພາ. ທີ່ການຕ້ອນຮັບ, ທ່ານປະທານສູນກາງແນວລາວສ້າງຊາດ ໄຊສົມພອນ ພົມວິຫານ ໄດ້ຕີລາຄາສູງຕໍ່ບັນດາເນື້ອໃນທີ່ສອງຝ່າຍໄດ້ນຳມາປຶກສາຫາລືແລກປ່ຽນກັນໃນຕອນບ່າຍຂອງວັນດຽວກັນ, ໃນນັ້ນ ມີບັນດາບັນຫາກ່ຽວຂ້ອງເຖິງການປະຕິບັດແຈ້ງການຮ່ວມກອງປະຊຸມໃຫຍ່ສາກົນ ກໍ່ສ້າງເສັ້ນຊາຍແດນ ລາວ - ຫວຽດນາມ ສັນຕິພາບ, ມິດຕະພາບ, ພ້ອມກັນພັດທະນາໄລຍະ 2017 – 2020 ໃຫ້ປະກົດຜົນເປັນຈິງ.

        ທ່ານຮອງປະທານ, ເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຊື່ອໝັ້ນວ່າ ສູນກາງແນວລາວສ້າງຊາດ ຈະສືບຕໍ່ເອົາໃຈໃສ່ໃຫ້ຄຳຊີ້ນຳ ເພີ່ມທະວີການເຄື່ອນໄຫວໄມຕີຈິດມິດຕະພາບ, ການຮ່ວມມືຫຼາຍຢ່າງ ເພື່ອເຮັດໃຫ້ການພົວພັນລະຫວ່າງສອງປະເທດ ກ້າວເຂົ້າສູ່ລວງເລິກ, ແທດຈິງ, ພິເສດແມ່ນ ເອົາໃຈໃສ່ເປັນພິເສດເຖິງການຮ່ວມມື, ແລກປ່ຽນລະຫວ່າງບັນດາອົງການຈັດຕັ້ງສັງຄົມ, ປະຊາຊົນສອງປະເທດ; ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂເອື້ອອຳນວຍຄວາມສະດວກໃຫ້ແກ່ປະຊາຄົມຊາວຫວຽດນາມທີ່ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ລາວ ໃຫ້ເປັນຢ່າງດີ.

        ວັນທີ 29 ພຶດສະພາ, ຄະນະຜູ້ແທນຄະນະກຳມະການສູນກາງ ແນວໂຮມປະເທດຊາດຫວຽດນາມໄດ້ເຂົ້າຢ້ຽມຂ່ຳນັບການນຳລັດຖະບານ ແລະ ສະພາແຫ່ງຊາດລາວ; ຢ້ຽມຢາມ ແລະ ເຮັດວຽກກັບສະຖານທູດ ແລະ ສະມາຄົມໃຫຍ່ຊາວຫວຽດນາມຢູ່ລາວ.

ໝີບິງ - ນັກຂ່າວ VOV ປະຈໍາລາວ

TAG
VOV/VOVworld/ແນວ​ລາວ​ສ້າງ​ຊາດ/ແນວ​ໂຮມ​ປະ​ເທດ​ຊາດ/ເຫົ່າ​ອາ​ເລັ່ງ/ໄຊ​ສົມ​ພອນ ພົມ​ວິ​ຫານ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ