logo

ຫວຽດນາມ ແລະ ອາເມລິກາ ລົງນາມໃນເອກະສານຮ່ວມມືດ້ານພະລັງງານ

2026/2/4 | 10:51:21
(VOVWORLD) - ບັນດາເອກະສານໄດ້ສຸມໃສ່ການຮ່ວມມືສະໜອງນ້ຳມັນດິບໃຫ້ແກ່ໂຮງານກັ່ນຕອງນ້ຳມັນ ຢຸງກວັດ; ຄົ້ນຄວ້າຄວາມສາມາດສະໜອງເຊື້ອເພີງຊີວະພາບ ethanol ຈາກ ອາເມລິກາ…
(ທີ່ພິທີລົງນາມ)

        ຕອນບ່າຍວັນທີ 03 ກຸມພາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ ວໍຊິງຕັນ, ອາເມລິກາ, ທ່ານ ເລແມ້ງຮຸ່ງ, ຜູ້ຮັກສາການລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳ (MOU) ວ່າດ້ວຍການຮ່ວມມືລະຫວ່າງບໍລິສັດກັ່ນຕອງນ້ຳມັນ ບິ່ງເຊີນ ແລະ ບັນດາຄູ່ຮ່ວມມືພະລັງງານແຖວໜ້າຂອງ ອາເມລິກາ, ລວມມີ: ກຸ່ມບໍລິສັດ Chevron, Marquis Energy ແລະ ADM Asia-Pacific Trading.

        ບັນດາເອກະສານໄດ້ສຸມໃສ່ການຮ່ວມມືສະໜອງນ້ຳມັນດິບໃຫ້ແກ່ໂຮງງານກັ່ນຕອງນ້ຳມັນ ຢຸງກວັດ; ຄົ້ນຄວ້າຄວາມສາມາດສະໜອງເຊື້ອເພີງຊີວະພາບ ethanol ຈາກ ອາເມລິກາ… ທ່ານນາງ Barbara Harrison, ຮອງປະທານຜູ້ຮັບຜິດຊອບຝ່າຍສະໜອງ ແລະ ແລກປ່ຽນຄ້າຂາຍນ້ຳມັນດິບ, ກຸ່ມບໍລິສັດ Chevron, ໃຫ້ຮູ້ວ່າ:

          “ພວກຂ້າພະເຈົ້າປາດຖະໜາຢາກສືບຕໍ່ຮ່ວມມືໃນການສະໜອງນ້ຳມັນດິບທີ່ຜະລິດຢູ່ ອາເມລິກາ ກໍຄືບັນດາແຫຼ່ງນ້ຳມັນອື່ນ, ເພື່ອໜູນຊ່ວຍການຜະລິດພະລັງງານທີ່ປອດໄພ ແລະ ໜ້າໄວ້ເນື້ອເຊື່ອໃຈໃຫ້ແກ່ປະຊາຊົນ ຫວຽດນາມ. ພວກຂ້າພະເຈົ້າປາດຖະໜາຢາກເພີ່ມປະລິມານ ແລະ ຫວັງວ່າ ຈະສາມາດບັນລຸລະດັບ 4 5 ລ້ານຖັງໃນປີຕໍ່ໄປ”.

        ພິທີລົງນາມດຳເນີນໄປໃນສະພາບ 2 ປະເທດພວມຍູ້ແຮງການເຈລະຈາສັນຍາການຄ້າສົມທົບຢ່າງຍຸດຕິທຳ ແລະ ດຸ່ນດ່ຽງ, ມຸ່ງໄປເຖິງການສ້າງຂອບເຂດການຮ່ວມມືດ້ານເສດຖະກິດ - ການຄ້າທີ່ມີສະຖຽນລະພາບ, ຍາວນານໃຫ້ສຳເລັດໂດຍໄວ.

TAG
VOV/VOVworld/​ຮ່ວມ​ມື/​ສະ​ໜອງ​/ນ້ຳ​ມັນ​ດິບ​/ໂຮ​ງງານ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ