logo

ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ​ເຊັນ​​ບັນ​ດາ​ຂໍ້​ຕົກ​ລົງ​ຮ່ວມ​ມື​ທີ່​ມີ​ມູນ​ຄ່າກວ່າ 37 ຕື້ USD

2026/2/19 | 08:33:00
(VOVWORLD) -  ຕອນແລງວັນທີ 18 ກຸມພາ, ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງ ວໍຊິງຕັນ ດີຊີ (ອາເມລິກາ), ບັນດາຄູ່ຮ່ວມມື ຫວຽດນາມ ແລະ ອາເມລິກາ ໄດ້ເຊັນໃນສັນຍາ, ຂໍ້ຕົກລົງຮ່ວມມືສະບັບຕ່າງໆໃນບັນດາຂົງເຂດຈຸດສຸມ, ລວມມູນຄ່າທັງໝົດເຖິງ 37,2 ຕື້ USD. ເຂົ້າຮ່ວມເຫດການມີທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ການນຳສອງປະເທດຫຼາຍທ່ານ.
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເຂົ້າຮ່ວມພິທີເຊັນ
(ພາບ: TTXVN)

ເອກະສານສະບັບຕ່າງໆທີ່ສອງຝ່າຍໄດ້ແລກປ່ຽນ ແລະ ເຊັນນັ້ນ ລວມມີຂໍ້ຕົກລົງສຳຄັນຫຼາຍສະບັບໃນບັນດາຂົງເຂດວິທະຍາສາດເຕັກໂນໂລຢີ, ຫັນເປັນດີຈີຕອນ, ການບິນ ແລະ ສາທາລະນະສຸກ.

ບໍລິສັດໃຫຍ່ການບິນ ຫວຽດນາມ (Vietnam Airlines) ແລະ ກຸ່ມບໍລິສັດ Boeing ລົງນາມໃນສັນຍາຊື້ຂາຍເຮືອບິນ Boeing 737 MAX ຈຳນວນ 50 ລຳ (ພາບ: TTXVN)

ບໍລິສັດໃຫຍ່ການບິນ ຫວຽດນາມ (Vietnam Airlines) ແລະ ກຸ່ມບໍລິສັດ Boeing ລົງນາມໃນສັນຍາຊື້ຂາຍເຮືອບິນ Boeing 737 MAX ຈຳນວນ 50 ລຳ. ບໍລິສັດການບິນ Sun ຝຸກວັກ Airways ແລະ ກຸ່ມບໍລິສັດ Boeing ກໍໄດ້ລົງນາມໃນສັນຍາຊື້ຂາຍເຮືອບິນ Boeing 787-9 Dreamliner ຈຳນວນ 40 ລຳ. ໄປຄຽງຄູ່າກັນນັ້ນ, Vietjet  ແລະ Pratt & Whitney ກໍໄດ້ເຊັນສັນຍາຮ່ວມມືເຊັ່ນດຽວກັນ.

 ໂຮງໝໍຫຼາຍຂະແໜງ ເຕິມແອັງ ຫວຽດນາມ ແລະ ບໍລິສັດ Mevion Medical Systems ໄດ້ເຊັນສັນຍາຊື້ຂາຍລະບົບສ່ອງ ເອັກຊະເລ ປົ່ນປົວພະຍາດມະເຮັງ ທີ່ທັນສະໄໝທີ່ສຸດຢູ່ ອາເມລິກາ (ພາບ: TTXVN)

        ຢູ່ໃນຂົງເຂດສາທາລະນະສຸກ, ໂຮງໝໍຫຼາຍຂະແໜງ ເຕິມແອັງ ຫວຽດນາມ ແລະ ບໍລິສັດ Mevion Medical Systems ໄດ້ເຊັນສັນຍາຊື້ຂາຍລະບົບສ່ອງ ເອັກຊະເລ ປົ່ນປົວພະຍາດມະເຮັງ ທີ່ທັນສະໄໝທີ່ສຸດຢູ່ ອາເມລິກາ.


TAG
VOV/VOVworld/ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ​ເຊັນ​​ບັນ​ດາ​ຂໍ້​ຕົກ​ລົງ​ຮ່ວມ​ມື​/ບໍລິສັດໃຫຍ່ການບິນ ຫວຽດນາມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ