logo

ຫວຽດນາມ ແລະ ອາເມລິກາ ເລີ່ມຕົ້ນການທາບທ່າມຄຳເຫັນໃນການຮ້ອງຟ້ອງຂາຍບຸບລາຄ່າກຸ້ງ

2012/3/29 | 08:31:08
ການທາບທ່າມຄຳເຫັນ​ຄັ້ງ​ນີ້​ສຸມ​ໃສ່​ເຂົ້າ​ເລື່ອງ​ອາ​ເມ​ລິ​ກາ​ປະຕິບັດ​ຄຳ​ຕັດສິນ​ຂອງ​ກໍ​ລະ​ນີຮ້ອງ​ຟ້ອງ​ເມື່ອ​ວັນ​ທີ 11/7/2011, ​ເລື່ອງ​ຜັນ​ຂະຫຍາຍ​ປັບປຸງ​ກົດໝາຍ​ຂອງ​ອາ​ເມ​ລິ​ກາ ກ່ຽວ​ຂ້ອງ​​ເຖິງ​ວິທີ​ຄິດ​ໄລ່​ລະດັບຕ້ານ​ການບຸບລາຄາ

ພາບປະກອບ

(vovworld) - ວັນ​ທີ 28/3, ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​​ໄດ້ເລີ່​ມຕົ້ນ​ການ​ທາບທ່າມຄຳເຫັນເຫດການ ຫວຽດນາມ ຮ້ອງ​ຟ້ອງ ອາ​ເມ​ລິ​ກາ​ຈັດ​ວາງ​ພາສີ​ຕ້ານ​ການ​ຂາຍ​ບຸບລາຄາ​ສຳລັບ​ກຸ້ງ​ແຊ​ເຢັນ​ສົ່ງ​ອອກ​ຂອງ​ຫວຽດນາມ. ການທາບທ່າມຄຳເຫັນຄຳ​ຄັ້ງ​ນີ້​ສຸມ​ໃສ່​ເຂົ້າ​ເລື່ອງ​ອາ​ເມ​ລິ​ກາ​ປະຕິບັດ​ຄຳ​ຕັດສິນ​ຂອງ​ກໍ​ລະ​ນີຮ້ອງ​ຟ້ອງ​ເມື່ອ​ວັນ​ທີ 11/7/2011, ​ເລື່ອງ​ຜັນ​ຂະຫຍາຍ​ປັບປຸງ​ກົດໝາຍ​ຂອງ​ອາ​ເມ​ລິ​ກາ ກ່ຽວ​ຂ້ອງ​​ເຖິງ​ວິທີ​ຄິດ​ໄລ່​ລະດັບຕ້ານ​ການບຸບລາຄາ, ​ແລກປ່ຽນ​ເຮັດ​ໃຫ້​ແຈ້ງ​ບັນດາ​ລະບຽບການ​ຂອງອາ​ເມ​ລິ​ກາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ສືບສວນ​ຕ້ານ​ການ​ຂາຍ​ບູບລາຄາ​ສຳລັບ​ບັນດາ​ປະ​ເ​ພດສິນຄ້າ​ນຳ​ເຂົ້າຈາກ​ຫວຽດນາມ. ​ໄລຍະ​ເວລາທາບທ່າມຄຳເຫັນຈະ​ແກ​່ຍາວ​ປະມານ 2 ​ເດືອນ. ​ໃນ​ໄລຍະ​ເວລາ​ນີ້, ຖ້າ​ຫາກ​ອາ​ເມ​ລິ​ກາ​ຍອມຮັບ​ບັນດາ​ບັນຫາ​ເຊິ່ງຫວຽດນາມ​ຍົກອອກ, ບໍ່​ມີ​ການ​ພິພາດ​ກັນ​ອີກ, ຝ່າຍ​ຫວຽດນາມ​ຈະ​ລົບ​ລ້າງ​ບັນດາ​ວິທີ​ຄິດ​ໄລ່ ​ແລະ ຂໍ້​ກຳນົດ​ບໍ່​ເໝາະ​ສົມ. ​ໃນ​ກໍລະນີ ອາ​ເມ​ລິ​ກາ​ບໍ່​ພິຈາລະນາ​ບັນດາ​ບັນຫາ​ເຊິ່ງຫວຽດນາມ​ຍົກ​ອອກ​ມາ, ຫວຽດນາມ​ຈະ​ມີ​ສິດ​ຮຽກຮ້ອງ​ອົງການ​ການ​ຄ້າ​ໂລກ​ສ້າງ​ຕັ້ງ​ຄະນະຕຸລາການ​ເພື່ອ​​ແກ້​ໄຂ​ການ​ພິພາດ​ດັ່ງກ່າວ.

TAG
ກຸ້ງແຊເຢັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ