ການປຶກສາຫາລືກ່ຽວກັບການພັດທະນາແບບຍືນຍົງ ແລະ ການທ່ອງທ່ຽວວົງຄະນະຍາດລະຫວ່າງແຂວງຖ໊າຍງວຽນ ແລະ ໄທ |
ຕົ້ນປີ 2020, ສະຖານທູດ ໄທ ປະຈຳ ຮ່າໂນ້ຍ ສົມທົບກັບ ອົງການຮ່ວມມືສາກົນ ໄທ (TICA), ຂຶ້ນກັບກະຊວງການຕ່າງປະເທດ ໄທ ໄດ້ຈັດສົ່ງນັກຊ່ຽວຊານ ມະຫາວິທະຍາໄລ Maejo (ແມ່ໂຈ້) 03 ຄົນ ມາສຳຫຼວດ 100% ຄອບຄົວໃນບໍລິເວນຄຸ້ມບ້ານ ດົ່ງບ່ອງ ແລະ ດົ່ງຊ່ຽນ, ເມືອງ ຝູເລືອງ. ເຖິງວ່າ ການປະຕິບັດງານຖືກຂາດວັກຂາດຕອນຍ້ອນການແຜ່ລະບາດຂອງໂລກລະບາດໂຄວິດ - 19 ກໍຕາມ, ແຕ່ບັນດານັກຊ່ຽວຊານແຖວໜ້າຂອງມະຫາວິທະຍາໄລ Maejo ກໍໄດ້ລົງຮອດຮາກຖານ ແລະ ເຮັດວຽກກັບແຂວງກັບເມືອງ ແລ້ວໄດ້ຕົກລົງເປັນເອກະພາບວ່າ ຈະລົງທຶນເຂົ້າ 2 ໂຄງການພັດທະນາເສດຖະກິດຊົນນະບົດ ແລະ ພັດທະນາການທ່ອງທ່ຽວວົງຄະນະຍາດ ຢູ່ຄຸ້ມບ້ານ ດົ່ງບ່ອງ ແລະ ດົ່ງຊ່ຽນ.
ຜ່ານການສຳຫຼວດ ແລະ ຄົ້ນຄວ້າຂອງບັນດານັກຊ່ຽວຊານມະຫາວິທະຍາໄລ Maejo ແລະ ອີງຕາມພື້ນຖານຄຳຄິດເຫັນຂອງປະຊາຊົນ, ຝ່າຍ ໄທ ໄດ້ຕິດສິນໃຈພັດທະນາຂະແໜງອາຊີບ ແລະ ຜະລິດຕະພັນຢູ່ຄຸ້ມບ້ານ ດົ່ງບ່ອງ. ສ່ວນບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຄຸ້ມບ້ານ ດົ່ງຊ່ຽນ, ໂດຍສະເພາະ 2 ມໍລະດົກວັດທະນະທຳບໍ່ເປັນວັດຖຸແຫ່ງຊາດ ນັ້ນແມ່ນບຸນພາວະນາຂໍໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີ ແລະ ວາດຟ້ອນ ຕັກຊິ່ງ ຂອງ ຊາວເຜົ່າ ຊ໊ານໄຈ ພັດແມ່ນປະຖົມປັດໄຈເພື່ອພັດທະນາການທ່ອງທ່ຽວວົງຄະນະຍາດ. ບັນດາສິ່ງດັ່ງກ່າວ ກໍເໝາະສົມກັບມາດຖານປະຕິບັດໂຄງການພັດທະນາປະຊາຄົມຍືນຍົງ ໂດຍອີງໃສ່ຫຼັກປັດຊະຍາເສດຖະກິດພໍພຽງ (SEP). ທ່ານ ຫງວຽນວັນງອັກ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ຖ໊າຍງວຽນ ໃຫ້ຮູ້ວ່າ:
“ຖ໊າຍງວຽນ ແມ່ນແຂວງໜຶ່ງທີ່ມີເງື່ອນໄຂເໝາະສົມເພື່ອສາມາດໝູນໃຊ້ບັນດາຮູບແບບທ່ອງທ່ຽວຈາກປະເທດ ໄທ. ແຂກທ່ອງທ່ຽວ ຖ໊າຍງວຽນ ໄປທ່ອງທ່ຽວຢູ່ ໄທ ຫຼາຍຄົນມີຄວາມປາດຖະໜາຢາກສ້າງຮູບແບບທ່ອງທ່ຽວທີ່ຄ້າຍຄືກັນກັບ ໄທ, ບົນພື້ນຖານຂຸດຄົ້ນໄດ້ທ່າແຮງບົ່ມຊ້ອນ, ທ່າໄດ້ປຽບກ່ຽວກັບຊັບພະຍາກອນທ່ອງທ່ຽວຂອງ ຖ໊າຍງວຽນ. ໃນເງື່ອນໄຂບັດຈຸບັນ, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນແຂວງ ຖ໊າຍງວຽນ ໄດ້ມີຄວາມສົນໃຈ ແລະ ຕັ້ງຄວາມຫວັງຫຼາຍຢ່າງຕໍ່ການພັດທະນາຂະແໜງທ່ອງທ່ຽວຂອງແຂວງ ຖ໊າຍງວຽນ. ພວກຂ້າພະເຈົ້າ ໄດ້ສ້າງແຜນຮ່າງໃນຂອບຂະໜາດຂັ້ນແຂວງ ເພື່ອພັດທະນາການທ່ອງທ່ຽວ ຖ໊າຍງວຽນ ໃນໄລຍະ 2021 – 2025, ວິໄສທັດຮອດປີ 2030”.
ຄະນະຜຸ້ແທນແຂວງຖ໊າຍງວຽນ ຖ່າຍຮູບພ້ອມກັບຜຸ້ຕາງໜ້າສະຖານທູດໄທ ແລະ ຫົວໜ້າຫ້ອງການຕາງໜ້າກົມໃຫຍ່ທ່ອງທ່ຽວ ໄທ ປະຈຳ ຮ່າໂນ້ຍ |
ກ່ອນໜ້ານັ້ນ, ປີ 2019, ຄະນະກຳມະການປະຊາຊົນ ເມືອງ ຝູເລືອງ ໄດ້ຈັດສົ່ງພະນັກງານ, ຜູ້ນຳໜ້າປະຊາຄົມ ແລະ ຊາວກະສິກອນຂອງ ຄຸ້ມບ້ານ ດົ່ງບ່ອງ ແລະ ດົ່ງຊ່ຽນ, ຕາແສງ ອຽນລາກ ໄປຍັງປະເທດ ໄທ ເພື່ອຝຶກອົບຮົມ, ຄົ້ນຄວ້າກ່ຽວກັບການພັດະນາວົງຄະນະຍາດແບບຍືນຍົງໂດຍອີງໃສ່ SEP, ນຳການພັດທະນາຜະລິດຕະພັນທ້ອງຖິ່ນ, ສົມທົບກັນ ລະຫວ່າງການທ່ອງທ່ຽວວົງຄະນະຍາດ ແລະ ກະສິກຳປ່າໄມ້. ທ່ານ ເລິມຫວຽດເຟືອງ, ຮອງຫົວໜ້າຫ້ອງການສະພາປະຊາຊົນ ຄະນະກຳມະການປະຊາຊົນ ເມືອງ ຝູເລືອງ, ສະມາຊິກຂອງຄະນະຜູ້ແທນແຂວງ ຖ໊າຍງວຽນ ທີ່ໄດ້ໄປຝຶກອົບຮົມຢູ່ ໄທ ໃຫ້ຮູ້ວ່າ:
“ຂ້້າພະເຈົ້າໄດ້ໄປຮຽນຢູ່ ມະຫາວິທະຍາໄລ Maejo ປະມານ 20 ວັນ. ໄດ້ໄປທັດສະນະ ແລະ ຮຽນຮູ້ຫຼັກປັດຊະຍາເສດຖະກິດພໍພຽງຂອງ ພຣະບາດສົມເດັດ ພຣະເຈົ້າຢູ່ຫົວ ລັດຖະການທີ 9. ຫຼັງຈາກນັ້ນ, ໄດ້ທັດສະນະສຶກສາບັນດາກິດຈະກຳທ່ອງທ່ຽວວົງຄະນະຍາດ ແລະ ພັດທະນາເສດຖະກິດ ຢູ່ແຕ່ລະບ້ານຂອງ ໄທ. ສິ່ງທີ່ຂ້າພະເຈົ້າເຫັນວ່າມັນສອດຄ່ອງທີ່ສຸດ ນັ້ນແມ່ນ ເຂົາເຈົ້າຍາດແຍ່ງໄດ້ທ່າແຮງຂອງຈຸດວັດທະນະທຳກໍຄືຊັບພະຍາກອນທີ່ທ້ອງຖິ່ນພວມມີຢູ່ແລ້ວ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນທ້ອງຖິ່ນ. ມັນຈະກາຍເປັນການພັດທະນາແບບຍືນຍົງ”.
ເມື່ອເວົ້າກ່ຽວກັບການພັດທະນາການທ່ອງທ່ຽວວົງຄະນະຍາດ, ທ່ານນາງ ຣັດຕິວັນ ບຸນພະຄົງ ຫົວໜ້າຫ້ອງການຜູ້ຕາງໜ້າກົມໃຫຍ່ທ່ອງທ່ຽວ ໄທ (TAT) ປະຈຳ ນະຄອນ ໂຮ່ຈີມິນ ແບ່ງປັນປະສົບການພັດະນາການທ່ອງທ່ຽວວົງຄະນະຍາດແບບຍືນຍົງຂອງ ໄທ: ການເລືອກປະຕິບັດໂຄງການຢູ່ ໄທ, ຄືໂຄງການ Doi Tung (ດອຍຕຸງ) ຢູ່ ຊຽງຣາຍ 30 ປີກ່ອນນີ້. ດັ່ງນັ້ນ, ຢູ່ ຫວຽດນາມ ຕ້ອງ ເຮັດຢ່າງຕໍ່ເນື່ອງ ຢ່າງໜ້ອຍສຸດ ແມ່ນໃນເວລາ 10 ປີ ຈຶ່ງສາມາດສ້າງ”ເຄື່ອງໝາຍການຄ້າ” ເພື່ອໃຫ້ປະຊາຊົນພາຍໃນປະເທດຮູ້ຈັກເຖິງ, ຫຼັງຈາກນັ້ນ ຈຶ່ງສາມາດດຶງດູດແຂກທ່ອງທ່ຽວຕ່າງປະເທດໄດ້.




