logo

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ເຂົ້າ​ຮ່ວມ​ຢ່າງ​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ບັນ​ດາ​ຂອບ​ເຂດ​ຮ່ວມ​ມືຫຼາຍ​ຝ່າຍ

2021/8/23 | 11:26:00
(VOVWORLD) -ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 42 (AIPA – 42) ດ້ວຍຫົວຂໍ້ “ພັດທະນາສາຍພົວພັນຮ່ວມມືລະຫວ່າງລັດຖະສະພາໃນຂົງເຂດເຕັກນິກດີຈີຕອນແບບກວມລວມ ມຸ່ງໄປເຖິງການສ້າງປະຊາຄົມ ອາຊຽນ 2025” ຖືກໄຂຂຶ້ນໃນຕອນເຊົ້າວັນທີ 23 ສິງຫາ ແບບທາງໄກ. ເນື່ອງໃນໂອກາດນີ້, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ມີສານອວຍພອນສົ່ງເຖິງກອງປະຊຸມສະມັດຊາໃຫຍ່ AIPA – 42.
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ  (ພາບ: nhandan.vn)

ໃນສານ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຕີລາຄາສູງຫົວຂໍ້ຂອງ ກອງປະຊຸມສະມັດຊາໃຫຍ່ AIPA ປີນີ້. ທ່ານຖືວ່າ ນີ້ແມ່ນຫົວຂໍ້ທີ່ມີລັກສະນະສະຖານະການການເມືອງສູງ ແລະ ວາງອອກຄຳຮຽກຮ້ອງທີ່ແທດຈິງໃນການຮ່ວມມືລັດຖະສະພາ ອາຊຽນ, ເສີມຂະຫຍາຍບົດບາດຂອງຊ່ອງນິຕິບັນຍັດໄປຄຽງຄູ່ກັບຊ່ອງບໍລິຫານໃນການຍູ້ແຮງຂະບວນວິວັດຫັນເປັນດີຈີຕອນ, ສ້າງພື້ນຖານເສດຖະກິດດີຈີຕອນ, ຮັດແຄບໄລຍະຫ່າງ ແລະ ຄວາມສະເໝີພາບດີຈີຕອນ, ມຸ່ງໄປເຖິງເຕັກນິກດີຈີຕອນກວມລວມໃນປະຊາຄົມ ອາຊຽນ.

        ຫວຽດນາມ ໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ເຂົ້າຮ່ວມຢ່າງເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບໃນບັນດາຂອບເຂດການຮ່ວມມືຫຼາຍຝ່າຍ, ນັບທັງທາງດ້ານບໍລິຫານ ແລະ ນິຕິບັນຍັດ. ຫວຽດນາມ ຈະສືບຕໍ່ປະກອບສ່ວນຈົນສຸດຄວາມສາມາດຂອງຕົນເຂົ້າໃນວິວັດທະນາການຮ່ວມມື ແລະ ພັດທະນາຂອງ AIPA, ເຂົ້າໃນຄວາມເຕີບໃຫຍ່ເຂັ້ມແຂງ ແລະ ຄວາມໝັ້ນແກ່ນຂອງປະຊາຄົມ ອາຊຽນ, ຊາຍຄາລວມຂອງປະຊາຊົນກວ່າ 650 ລ້ານຄົນຂອງບັນດາປະເທດໃນພາກພື້ນ.


TAG
VOV/VOVworld/AIPA/ດີ​ຈີ​ຕອນ/ລັດຖະສະພາ ອາຊຽນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ