logo

ຫວຽດນາມ ໜູນຊ່ວຍ ລາວ ກຳລັງ, ພາຫະນະແກ້ໄຂຜົນຮ້າຍຈາກເຫດການເຂື່ອນກັ້ນນ້ຳແຕກ

2018/7/26 | 07:26:00
(VOVWORLD) - ກົມກູ້ໄພກູ້ຊີບ, ຫ້ອງການຄະນະກຳມະການແຫ່ງຊາດຮັບມືອຸບັດຕິເຫດ, ໄພທຳມະຊາດ ແລະ ຊອກຫາກູ້ໄພກູ້ຊີບ ໃຫ້ຮູ້ວ່າ:

ໂດຍປະຕິບັດຕາມຄຳເຫັນຊີ້ນຳຂອງນາຍົກລັດຖະມົນຕີ ຫວຽດນາມ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຜັນຂະຫຍາຍວຽກງານຊ່ວຍເຫຼືອປະເທດ ລາວ ຮັບມື, ແກ້ໄຂຜົນຮ້າຍຢ້ອນຫລັງຈາກເຫດເຂື່ອນກັ້ນນ້ຳ ເຊປ່ຽນ - ເຊນ້ຳນ້ອຍ ແຕກໃນວັນທີ 23 ກໍລະກົດ.

        ກອງບັນຊາການທະຫານເຂດ 5 ແລະ ບັນດາກົມກອງທີ່ຕັ້ງທັບໃນບໍລິເວນ ໄດ້ຜັນຂະຫຍາຍບັນດາພະນັກງານ, ນັກຮົບຂອງບາງກົມກອງຢ່າງຮີບດ່ວນຄື: ລະດົມລົດໂອໂຕ, ລົດໂຮງໝໍ, ເຮືອປະເພດຕ່າງໆ, ກຳລັງເສນາຮັກ ແລະ ທີມງາມຜ່າຕັດ 211; ກໍ່ຄືພາຫະນະອຸປະກອນເພື່ອຮັບມື ແລະ ແກ້ໄຂຜົນຮ້າຍຢ້ອນຫລັງຂອງເຫດດັ່ງກ່າວ.

        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຫາກໍ່ເຊັນຂໍ້ຕົກລົງກ່ຽວກັບເລື່ອງຫັກແຫຼ່ງງົບປະມານຊ່ວຍເຫຼືອລັດຖະບານ ລາວ ແກ້ໄຂຜົນຮ້າຍຢ້ອນຫລັງຈາກເຫດເຂື່ອນກັ້ນນ້ຳແຕກຢູ່ແຂວງ ອັດຕະປື . ຕາມນັ້ນແລ້ວ, ແມ່ນຕົກລົງຊ່ວຍເຫຼືອ 200.000 USD ໃຫ້ລັດຖະບານ ລາວ ຈາກແຫຼ່ງທຶນສຳຮອງງົບປະມານສູນກາງ ປີ 2018 ເພື່ອແກ້ໄຂຜົນຮ້າຍຢ້ອນຫລັງຈາກເຫດເຂື່ອນໄຟຟ້າແຕກຢູ່ແຂວງ ອັດຕະປື ຢ່າງຮີບດ່ວນ.

TAG
VOV/VOVworld/ໜູນຊ່ວຍ/ພາຫະນະ/ແກ້ໄຂຜົນຮ້າຍ/ເຂື່ອນກັ້ນນ້ຳແຕກ


ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ