logo

ຫວຽດນາມ ໜູນຊ່ວຍ ລາວ ສ້າງກຳລັງຮັກສາສັນຕິພາບສະຫະປະຊາຊາດ

2025/1/10 | 09:23:31
(VOVWORLD) - ໃນຂົງເຂດປ້ອງກັນຊາດ, 2 ຝ່າຍເປັນເອກະພາບຈະຜັນຂະຫຍາຍບັນດາເນື້ອໃນທີ່ກະຊວງປ້ອງກັນປະເທດ 2 ປະເທດອະນຸມັດຜ່ານໃນແຜນການຮ່ວມມືປີ 2025
(ທີ່ການພົບປະ 2 ຝ່າຍ)

        ຫວຽດນາມ ໜູນຊ່ວຍ ລາວ ສ້າງກຳລັງຮັກສາສັນຕິພາບສະຫະປະຊາຊາດ. ນີ້ແມ່ນຄຳຢືນຢັນຂອງທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ທີ່ບັນດາການພົບປະກັບການນຳກະຊວງປ້ອງກັນປະເທດ ລາວ ໃນຕອນບ່າຍວັນທີ 09 ມັງກອນ, ຢູ່ນະຄອນຫຼວງ ວຽງຈັນ, ເນື່ອງໃນໂອກາດຕິດຕາມກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມຄັ້ງທີ 47 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງ 2 ລັດຖະບານ ຫວຽດນາມ - ລາວ.

        ທີ່ການພົບປະ, 2 ຝ່າຍສືບຕໍ່ຢືນຢັນຄວາມປາດຖະໜາຢາກປັບປຸງ ແລະ ຮັດແໜ້ນສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ກອງທັບ ຫວຽດນາມ - ລາວ. ໃນຂົງເຂດປ້ອງກັນຊາດ, 2 ຝ່າຍເປັນເອກະພາບຈະຜັນຂະຫຍາຍບັນດາເນື້ອໃນທີ່ກະຊວງປ້ອງກັນປະເທດ 2 ປະເທດອະນຸມັດຜ່ານໃນແຜນການຮ່ວມມືປີ 2025; ສືບຕໍ່ແລກປ່ຽນຄະນະຜູ້ແທນ; ຮັກສາບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວໃຫ້ມີປະສິດທິຜົນ, ຄື: ການພົວພັນແລກປ່ຽນນາຍທະຫານໜຸ່ມກອງທັບ 2 ປະເທດ; ຊຸກຍູ້ການຮ່ວມມືກ່ຽວກັບການຮັກສາສັນຕິພາບສະຫະປະຊາຊາດ…

        ທີ່ການພົບປະສົນທະນາກັບທ່ານພົນໂທ ວົງຄຳ ພົມມະກອນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລາວ, ທ່ານພົນໂທ ຮ່ວາງຊວັນຈຽນ ປາດຖະໜາວ່າ, ກະຊວງປ້ອງກັນປະເທດ ແລະ ລັດຖະບານ ລາວ ຈະສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ, ໃນນັ້ນ, ມີບັນດາວິສາຫະກິດກອງທັບ ຫວຽດນາມ  ທີ່ລົງທຶນຢູ່ ລາວ ເຄື່ອນໄຫວຢ່າງມີປະສິດທິຜົນໃນບັນດາຂົງເຂດ, ຄື: ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການຫັນປະເທດຊາດເປັນດີຈີຕອນ, ໄປສະນີ…

TAG
VOV/VOVworld/​ຮັກ​ສາ​/ສັນ​ຕິ​ພາບ​/ສະ​ຫະ​ປະ​ຊາ​ຊາດ/ດີ​ຈີ​ຕອນ/ໄປ​ສະ​ນີ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ