logo

ຫົວ​ໜ້າ​ຜູ້​ຕາງ​ໜ້າ UNESCO: ມະ​ຕິ​ເລກ​ທີ 80 ສ້າງ​ພື້​ນ​ຖານ​ເພື່ອ​ໃຫ້ ​ຫວຽດ​ນາມ ຮັບ​ມື​ກັບ​ບັນ​ດາ​ສິ່​ງ​ທ້າ​ທາຍ​ທົ່ວ​ໂລກ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

2026/2/1 | 11:47:00
(VOVWORLD) - ເລື່ອງກຳນົດວັດທະນະທຳແມ່ນແຫຼ່ງກຳລັງຫຼັກແຫຼ່ງ ແລະ ເສົາຄ້ຳຂອງການພັດທະນາສະແດງໃຫ້ເຫັນວ່າ ຫວຽດນາມ ຖືມະນຸດ, ບັນດາຄຸນຄ່າ ແລະ ສີສັນວັດທະນະທຳ ເປັນໃຈກາງຂອງພັດທະນາພັດທະນາຍາວນານຂອງປະເທດຊາດ.
ທ່ານ Jonathan Wallace Baker ຫົວໜ້າຜູ້ຕາງໜ້າ UNESCO ກ່າວຄຳເຫັນ (ພາບ: TTXVN)

ມະຕິເລກທີ 80-NQ/TW ຂອງກົມການເມືອງປະກາດໃຊ້ໃນວັນທີ 7 ມັງກອນ 2026 ກ່ຽວກັບການພັດທະນາວັດທະນະທຳໃນສັງກາດໃໝ່, ແມ່ນຂີດໝາຍສຳຄັນກ່ຽວກັບຈິນຕະນາການ ແລະ ວິໄສທັດພັດທະນາວັດທະນະທຳ, ຢັ້ງຢືນບົດບາດຂອງວັດທະນະທຳ ຄືພື້ນຖານດ້ານຈິດໃຈ, ກຳລັງແຮງພາຍໃນໃຫ້ການພັດທະນາປະເທດຊາດໂດຍໄວ ແລະ ຍືນຍົງ, ພ້ອມທັງມະຕິມີວິທີການສຳຜັດຢ່າງຮອບດ້ານ ແລະ ທັນສະໄໝສຳລັບການພັດທະນາວັດທະນະທຳ. ຫວ່າງແລ້ວນີ້, ເວັບໄຊຂອງອົງການ UNESCO ໄດ້ລົງສານຊົມເຊີຍມະຕິເລກທີ 80-NQ/TW ຂອງກົມການເມືອງ ພັກກອມມູນິດ ຫວຽດນາມ ກ່ຽວກັບການພັດທະນາວັດທະນະທຳ. ໂດຍຕອບສຳພາດຕໍ່ນັກຂ່າວຂ່າວສານ ຫວຽດນາມ, ທ່ານ Jonathan Wallace Baker ຫົວໜ້າຜູ້ຕາງໜ້າ UNESCO ປະຈຳ ຫວຽດນາມ ເນັ້ນໜັກວ່າ ເລື່ອງກຳນົດວັດທະນະທຳແມ່ນແຫຼ່ງກຳລັງຫຼັກແຫຼ່ງ ແລະ ເສົາຄ້ຳຂອງການພັດທະນາສະແດງໃຫ້ເຫັນວ່າ ຫວຽດນາມ ຖືມະນຸດ, ບັນດາຄຸນຄ່າ ແລະ ສີສັນວັດທະນະທຳ ເປັນໃຈກາງຂອງພັດທະນາພັດທະນາຍາວນານຂອງປະເທດຊາດ.

ຈາກແງ່ມູມຂອງ UNESCO, ມະຕິໄດ້ຍົກອອກມາບັນດານະໂຍບາຍໃຫ້ວິວັດທະນາການປ່ຽນແປງໃໝ່ ທີ່ມີລັກສະນະໂຄງປະກອບໃນຂົງເຂດວັດທະນະທຳ, ມຸ່ງໄປເຖິງການລະດົມແຫຼ່ງກຳລັງສັງຄົມ, ຊຸກຍູ້ເສດຖະກິດຫົວຄິດປະດິດສ້າງ ແລະ ການປົກປ້ອງຄວາມເປັນຫຼາຍຮູບຫຼາຍແບບຂອງວັດທະນະທຳ. ນີ້ແມ່ນການສືບຖອດທີ່ສົມເຫດສົມຜົນຂອງມູນເຊື້ອຍາວນານ ຖືເປັນສຳຄັນວັດທະນະທຳ ຂອງຫວຽດນາມ, ພ້ອມທັງສ້າງພື້ນຖານເພື່ອໃຫ້ປະເທດຊາດຮັບມືກັບບັນດາສິ່ງທ້າທາຍຂອງສັງກາດດີຈີຕອນ ແລະ ສະພາບການທົ່ວໂລກມີການຜັນແປຫຼາຍຢ່າງ ຢ່າງມີປະສິດທິຜົນ.

TAG
VOV/VOVworld/UNESCO/ມະ​ຕິ​ເລກ​ທີ 80/​ຫວຽດ​ນາມ/ວັດ​ທະ​ນະ​ທຳ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ