logo

ຫຼາຍການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມໝາຍ​ໃນ​ປີ​ສາ​ມັກ​ຄີ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ 2022

2022/12/1 | 10:16:14
(VOVWORLD) -ວັນທີ 30 ພະຈິກ, ຢູ່ແຂວງອຸດົມໄຊ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ນະຄອນ ຫຼວງພະບາງ ໄດ້ສົມທົບກັບ 8 ແຂວງພາກເໜືອລາວ (ລວມມີ: ຫຼວງພະບາງ, ຫຼວງນ້ຳທາ, ອຸດົມໄຊ, ໄຊຍະບູລີ, ຊຽງຂວາງ, ຜົ້ງສາລີ, ຫົວພັນ ແລະ ບໍ່ແກ້ວ) ຈັດຕັ້ງພິທີສະຫຼູບການເຄື່ອນໄຫວປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022.
ທ່ານ ບຸນຄົງ  ຫຼ້າຈຽມພອນ, ເລຂາພັກແຂວງ, ເຈົ້າແຂວງໆອຸດົມໄຊ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: TTXVN)

ກ່າວຄຳເຫັນທີ່ພິທີ, ທ່ານນາງ ກ່ຽວທິຮັ່ງຟຸກ, ຫົວໜ້າສະຖານກົງສູນ ຫວຽດນາມ ປະຈຳນະຄອນຫຼວງພະບາງ ໃຫ້ຮູ້ວ່າ ນັບແຕ່ຕົ້ນປີມາຮອດປັດຈຸບັນ, ບັນດາການເຄື່ອນໄຫວປີສາມັກຄີມິດຕະພາບ ຫວຽດນາມ - ລາວໄດ້ຮັບການຜັນຂະຫຍາຍຢ່າງຟົດຟື້ນໃນວົງກວ້າງຢູ່ ທຸກຂັ້ນ, ທຸກຂະແໜງການ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ຢູ່ທັງສອງປະເທດ ຫວຽດນາມ ແລະ ລາວ. ຜ່ານບັນດາການເຄື່ອນໄຫວ, ການຮ່ວມມືທາງດ້ານການເມືອງ - ການຕ່າງປະເທດ ໄດ້ຮັບການເພີ່ມທະວີປັບປຸງພັດທະນາຢ່າງບໍ່ຢຸດຢັ້ງ, ເຂົ້າສູ່ແທດຈິງ ແລະ ມີປະສິດທິຜົນ. ການຮ່ວມມືກ່ຽວກັບການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ລະຫວ່າງບັນດາທ້ອງຖິ່ນ ພາກເໜືອລາວ ກັບ ບັນດາແຂວງທີ່ຢູ່ລຽບຕາມຊາຍແດນ ຫວຽດນາມ ສືບຕໍ່ໄດ້ຮັບການຮັກສາ. ການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ສາທາລະນະສຸກ, ວິທະຍາສາດ - ເຕັກນິກ ມີການຜັນປ່ຽນທີ່ຕັ້ງໜ້າຫຼາຍຢ່າງ, ໄດ້ເຊັນເອກະສານຮ່ວມມືຫຼາຍສະບັບ, ສ້າງກອບນິຕິກຳຢ່າງຄົບຊຸດ, ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດ, ນັກລົງທຶນສອງຝ່າຍຊອກຮູ້ສະພາບແວດລ້ອມ, ເງື່ອນໄຂດຳເນີນທຸລະກິດ, ສົ່ງເສີມການຮ່ວມມືລົງທຶນ.

ສ່ວນຝ່າຍລາວ, ທ່ານ ບຸນຄົງ  ຫຼ້າຈຽມພອນ, ເລຂາພັກແຂວງ, ເຈົ້າແຂວງໆອຸດົມໄຊ ຫວັງວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຮັກສາ, ທະວີຄູນ, ສ້າງ ແລະ ຍົກສູງລະດັບການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ - ຫວຽດນາມ ເພື່ອແນໃສ່ຍົກສູງຄວາມສາມາດບົ່ມຊ້ອນ ແລະ ກຳລັງຄວາມສາມາດຂອງແຕ່ລະຝ່າຍ, ຍົກສູງປະສິດທິພາບ, ປະສິດທິຜົນຂອງການຮ່ວມມືເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນສຳຄັນເຂົ້າໃນການນຳການພົວພັນ ລະຫວ່າງສອງຝ່າຍຂຶ້ນສູ່ລະດັບສູງໃໝ່ຢ່າງແທດຈິງ.

TAG
VOV/VOVworld/ຫວຽດ​ນາມ/ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ